ທ້າວ ສິດ ຄຸນນົກກົກ ອາຍຸ 50 ປີ ປະຊາຊົນ ຢູ່ບ້ານຕາກແດດ ເມືອງປາກລາຍ ແຂວງໄຊຍະບູລີ ຜ່ານມາເຄີຍຖືກຕ້ອງໂທດມາແລ້ວຄັ້ງໜຶ່ງ ເມື່ອ ປີ 2015 ໃນສະຖານຄ້າຂາຍ ແລະ ມີຢາເສບຕິດໄວ້ໃນຄອບຄອງ. ພາຍຫຼັງຖືກປ່ອຍຕົວອອກມາ ກໍກັບຄືນສູ່ເສັ້ນທາງຄ້າຂາຍຢາບ້າສາຍເກົ່າ, ຖືກເຈົ້າໜ້າທີ່ຈັບຕົວ ໃນວັນທີ 16 ມິຖຸນາ 2020 ພ້ອມຂອງກາງຢາບ້າ 214 ເມັດ.

ເຈົ້າໜ້າທີ່ ປກສ ເມືອງປາກລາຍ ໃຫ້ຮູ້ວ່າ: ໃນປີ 2019, ທ້າວ ສິດ ຄຸນນົກກົກ ໄດ້ປະຕິບັດໂທດສໍາເລັດຈຶ່ງຖືກປ່ອຍຕົວ ແລະ ໄດ້ກັບຄືນສູ່ຄອບຄົວ, ພໍມາຢູ່ກັບຄອບຄົວໄດ້ບໍ່ເຖິງປີ ກໍກັບມາເຄື່ອນໄຫວຄ້າຂາຍຢາເສບຕິດຄືເກົ່າ; ເຊິ່ງໄດ້ນໍາເອົາຢາບ້າສົ່ງໃຫ້ກຸ່ມແກ້ງພັກພວກເຖິງ 5 ຄັ້ງ ໂດຍຄັ້ງທຳອິດໃນໄລຍະເດືອນມັງກອນ 2020 ໄດ້ນຳເອົາຢາບ້າ ຈຳນວນ 3 ມັດ ທີ່ຊື້ຈາກບຸກຄົນບໍ່ຮູ້ຊື່ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ໄປສົ່ງຂາຍໃຫ້ພັກພວກກຸ່ມແກ້ງທີ່ຮ່ວມຂະບວນການດຽວກັນຢູ່ພາຍໃນບ້ານ ແລະ ເອົາຢາບ້າອີກ 1 ມັດ ໄປສົ່ງຂາຍໃຫ້ພັກພວກຢູ່ບ້ານບວມເລົາຜາແກ້ວ ເມືອງປາກລາຍ ອີກ.

ຕໍ່ມາ, ໃນໄລຍະເດືອນມີນາ 2020 ຜູ້ກ່ຽວພ້ອມກັບເມຍ ພາກັນນຳເອົາຢາບ້າໄປສົ່ງຂາຍໃຫ້ພັກພວກຢູ່ບ້ານທ່າມີໄຊ ເມືອງປາກລາຍ ຈຳ ນວນ 3 ຖົງ ເທົ່າກັບ600 ເມັດ ແລະ ຄັ້ງສຸດທ້າຍ ໃນເວລາປະມານ 12:00 ໂມງ ຂອງວັນທີ 16 ມິຖຸນາ 2020 ໄດ້ຕິດຕໍ່ຫາລູກຄ້າຢູ່ບ້ານ
ແສນພົນ ເມືອງປາກລາຍ ໄປເອົາຢາບ້ານຳຕົນເອງ ຢູ່ເສັ້ນທາງລະຫວ່າງບ້ານແກ້ງສາວ ຫາ ບ້ານຕາກແດດ ເມືອງປາກລາຍ. ແຕ່ກໍໄປບໍ່ລອດ ຖືກເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ກັກຕົວ ພ້ອມຢາບ້າ 214 ເມັດ ມາດຳເນີນ ຄະດີຕາມກົດໝາຍ.