ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນກໍາມະບານອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດຂຶ້ນໃນວັນທີ 21 ກໍລະ ກົດ 2020 ເຂົ້າຮ່ວມໂດຍ ສະຫາຍ ຄໍາສານ ສຸວົງ ກໍາມະການ ສູນກາງພັກ, ຫົວໜ້າ ອອປສ ແລະ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ຮອງປະທານສູນກາງສະຫະພັນກໍາມະບານລາວ, ມີແຂກຮັບເຊີນ ແລະ ສະມາຊິກກໍາມະບານເຂົ້າຮ່ວມ.

ສະຫາຍ ບຸນທັນ ບຸນທະວິໄລ ປະທານສະຫະພັນກໍາມະບານ ອອປສ ກ່າວວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ໂດຍພາຍໃຕ້ການຊີ້ ນໍາ-ນໍາພາຂອງຄະນະພັກ-ຄະນະນໍາ ອອປສ, ສູນກາງສະຫະພັນກໍາມະບານລາວ, ຄະນະພັກສະຫະພັນກໍາມະບານ ອອປສ ໄດ້ປຸກລະດົມຊຸກຍູ້ບັນດາສະມາຊິກກໍາມະບານ ແລະ ພະນັກງານ-ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ເຂົ້າຮ່ວມການເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄໍາສັ່ງ, ລັດຖະທໍາມະນູນ, ລະບຽບກົດໝາຍ, ເຂົ້າຮ່ວມຮັບຟັງປາຖະກະຖາວັນສໍາຄັນຕ່າງໆ ແລະ ນິຕິກໍາອື່ນໆ, ເປັນຕົ້ນແມ່ນບັນດາກົດໝາຍທີ່ກ່ຽວພັນກັບວຽກງານວິຊາສະເພາະຂອງຕົນເອງ, ຜ່ານການເຄື່ອນໄຫວວຽກງານດັ່ງກ່າວ ໄດ້ເຮັດໃຫ້ສະມາຊິກກໍາມະບານ ກໍາແໜ້ນໄດ້ແນວທາງນະໂຍບາຍຂອງພັກ, ມີຄວາມເຊື້ອໝັ້ນຕໍ່ການນໍາພາຂອງພັກ, ມີນໍ້າໃຈຮັກຊາດ, ຮັກການອອກແຮງງານ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊື່ສັດສຸດຈະລິດ, ອຸ່ນອຽນທຸ່ນທ່ຽງ, ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ຕັ້ງໜ້າຍົກລະດັບພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ດ້ານວຽກງານວິຊາສະເພາະ ໃນຂົງເຂດຕິດຕາມກວດກາປະຕິບັດກົດໝາຍ ໄດ້ພິຈາລະນາຄະດີອາຍາບັນລຸ 92,00%, ຄະດີແພ່ງ, ການຄ້າ ແລະ ຄອບຄົວບັນລຸ 90,80%, ຮັບປະກັນໄດ້ທາງດ້ານຄຸນນະພາບ 4 ດ້ານຄື: ມີຄວາມຖືກຕ້ອງຕາມກົດໝາຍ, ມີຄວາມຍຸຕິທໍາ, ມີຄວາມໂປ່ງໃສ ແລະ ທັນກໍານົດເວລາເປັນສ່ວນຫຼາຍ.

ທິດທາງແຜນການ 5 ປີຕໍ່ໜ້າ, ຄະນະພັກສະຫະພັນກໍາມະບານ ອອປສ ຍັງຈະສືບຕໍ່ເອົາໃຈໃສ່ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໂດຍນໍາເອົາແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ສະມາຊິກກໍາມະບານຢ່າງທົ່ວເຖິງ ແລະ ເຂົ້າໃຈ, ເຊື່ອມຊຶມຢ່າງເລິກເຊິ່ງເພື່ອເຮັດ ໃຫ້ສະມາຊິກກໍາມະບານມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຕື່ນຕົວ, ເຂົ້າຮ່ວມຂະບວນການວຽກງານວິຊາສະເພາະ ແລະ ຂະບວນການຕ່າງໆຢ່າງຟົດຟື້ນ, ຄາດໝາຍໃຫ້ໄດ້ 95% ຂຶ້ນໄປ.

ໃນກອງປະຊຸມ, ຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະສະຫະພັນກໍາມະບານ ອອປສ ຊຸດໃໝ່ເລືອກໄດ້ ສະຫາຍ ກົງເພັດ ລາດບູນເຮືອງ ເປັນປະທານ, ສະຫາຍ ບົວລີ ເພັດມີໄຊ ເປັນຮອງ, ສະຫາຍນາງ ປີຍາ ພົນເສນາ ເປັນຮອງ ທັງເປັນປະທານກວດກາ ແລະ ອີກ 4 ສະຫາຍ ເປັນຄະນະ.