ຫ້ອງສັນຕິບານ ປກສ ແຂວງເຊກອງ ໄດ້ຈັດຝຶກອົບຮົມວຽກງານວິຊາສະເພາະກວດກາຄົນເຂົ້າ-ອອກເມືອງ ໃຫ້ພະນັກງານ ເພື່ອສ້າງຄວາມເປັນເອກະພາບໃນເວລາຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດ, ເປັນປະທານໂດຍ ພັອ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີ ພັທ ຄຳບານ ພົມມະນີວົງ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ມີພະນັກງານ, ນັກສຳມະກອນ ເຂົ້າຮ່ວມ ໃນວັນທີ 17 ກໍລະກົດ 2020.

ເອກະສານທີ່ນຳມາຮໍ່າຮຽນໃນຊຸດຝຶກອົບຮົມ ປະກອບມີ: ວຽກງານກວດຄົນເຂົ້າ-ອອກເມືອງ, ວຽກງານຄຸ້ມຄອງຂໍ້ມູນຂ່າວສານ-ເຕັກນິກ, ບັນຫາທີ່ເກີດຂຶ້ນ, ນິຕິກຳທີ່ກຽວພັນກັບ ວຽກງານກວດຄົນເຂົ້າ-ອອກເມືອງ ແລະ ອົງການຄຸ້ມຄອງ. ໃນນີ້, ມີ 8 ບົດຄື: ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາຄົນເຂົ້າ-ອອກເມືອງ, ຄວາມຮູ້ພື້ນຖານກ່ຽວກັບ ເອກະສານຜ່ານດ່ານ ແລະ ວີຊາ, ດ່ານ, ເງື່ອນໄຂ ແລະ ລະບຽບການເຂົ້າ-ອອກ ສປປ ລາວ, ການກວດກາເອກະສານຜ່ານແດນ, ຄຸ້ມຄອງຂໍ້ມູນຜູ້ຖືກຫ້າມເຂົ້າ ສປປ ລາວ, ຄຸ້ມຄອງຂໍ້ມູນຜູ້ຖືກຫ້າມອອກ ສປປ ລາວ, ບັນຫາທີ່ເກີດຂຶ້ນ, ວິທີແກ້ໄຂ ແລະ ມາດຕະການ, ນິຕິກຳ, ການເຄົາລົບລະບຽບກົດໝາຍ ແລະ ອົງການຄຸ້ມຄອງ.

ໃນຕອນທ້າຍ, ພັອ ສົມໄຊ ພູລະຄຳມະນີ ໄດ້ເນັ້ນໃຫ້ພະນັກງານທີ່ສຳເລັດການຝຶກອົບຮົມ ຈົ່ງນຳເອົາບົດຮຽນທີ່ຮຽນມາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ກວດກາຄົນເຂົ້າ-ອອກເມືອງ ຢ່າງເປັນປົກກະຕິ ແລະ ເຂັ້ມງວດ, ແນໃສ່ຕ້ານ-ສະກັດກັ້ນບັນຫາການຄ້າຂາຍຢາເສບຕິດ ແລະ ການລັກລອບເຂົ້າ-ອອກເມືອງ ໃຫ້ຫຼຸດໜ້ອຍຖອຍລົງ.