ໃນວັນທີ 19 ກໍລະກົດ 2020, ໄດ້ພົບເຫັນສົບຄົນເສຍຊີວິດຖືກຍັດລົງຖັງຢາໝາກຕ໋ອຍທີ່ວາງໄວ້ຢູ່ເຂດບ້ານສາມັກຄີໄຊ ເມືອງຊຽງເງິນ ແຂວງຫຼວງພະບາງ. ຜ່ານການຊັນນະສູດຊາກສົບ, ເຈົ້າໜ້າທີ່ຢືນຢັນຜູ້ເສຍຊີວິດເປັນເພດຊາຍ ເຊິ່ງຫົວກະໂຫຼກຖືກທຸບດ້ວຍຂອງແຂງ, ຕາມການສັນນິຖານເບື້ອງຕົ້ນ ອາດເປັນການຄາດຕະກໍາ.

ພັທ ສົມບູນ ທະນະວັນ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຫຼວງພະບາງ ໃຫ້ຮູ້ວ່າ:

ໃນວັນທີ 19 ກໍລະກົດ 2020, ພະນັກງານຂອງບໍລິສັດກໍ່ສ້າງຂົວທາງແຫ່ງໜຶ່ງ ໄດ້ນໍາເອົາລົດມາດູດຢາງໜາກຕ໋ອຍທີ່ບັນຈຸຢູ່ໃນຖັງຂະໝາດໃຫຍ່ທີ່ປະໄວ້ຢູ່ຕໍ່ໜ້າ ຫ້ອງການບ້ານສາມັກຄີໄຊ ເມືອງຊຽງເງິນ; ເຊິ່ງຖັງດັ່ງກ່າວຖືກນໍາມາປະໄວ້ຢູ່ຈຸດດັ່ງກ່າວ ໄດ້ປະມານ 15 ວັນແລ້ວ ແລະ ພໍດູດຢາງໜາກຕ໋ອຍໄດ້ເຄິ່ງຖັງ ກໍມີກິ່ນເໜັນຜິດປົກກະຕິອອກມາຈາກຖັງ. ດັ່ງນັ້ນ, ຈຶ່ງໄດ້ໄປກວດເບິ່ງຢູ່ໃນຖັງ ພົບເຫັນຄົນເສຍຊີວິດ.

ຈາກນັ້ນ, ຈຶ່ງໄດ້ປະສານງານໄປຫາ ປກສ ເມືອງຊຽງເງິນ ແລະ ສົມທົບກັບ ປກສ ແຂວງ ລົງກວດກາຕົວຈິງ ແລ້ວພົບເຫັນຊາກສົບບໍ່ທັນເນົ່າເປື່ອຍ (ເບັງ) ແລະ ພະຍາຍາມເອົາສົບດັ່ງກ່າວອອກຈາກຖັງ ແຕ່ບໍ່ສໍາເລັດ. ມາໃນວັນທີ 20 ກໍລະກົດ, ໄດ້ປະສານຫາໜ່ວຍກູ້ໄພເພື່ອສືບຕໍ່ເອົາສົບອອກຈາກຖັງ ໂດຍໃຊ້ເຄື່ອງມືເປີດຖັງໃຫ້ກວ້າງ ຈຶ່ງສາມາດນໍາສົບອອກມາໄດ້.

ເຈົ້າໜ້າທີ່ ກ່າວວ່າ: ຍັງບໍ່ຮູ້ຂໍ້ມູນລະອຽດກ່ຽວກັບ ຜູ້ເສຍຊີວິດ ເປັນຕົ້ນແມ່ນ ຊື່ ແລະ ບ້ານຢູ່. ຢ່າງໃດກໍຕາມ, ຈາກການຊັນນະສູດຊາກສົບ, ຜູ້ເສຍຊີວິດເປັນເພດຊາຍ, ອາຍຸປະມານ 25 ປີລົງມາ, ຢູ່ບໍລິເວນຫົວຖືກຕີດ້ວຍຂອງແຂງ; ໂດຍສັນນິຖານວ່າ ແມ່ນຖືກທໍາຮ້າຍຮ່າງກາຍເຮັດໃຫ້ເສຍຊີວິດ ຫຼື ບໍ່ທັນເສຍຊີວິດ ກ່ອນຖືກນໍາຍັດລົງຖັງຢາງໝາກຕ໋ອຍມາແລ້ວ 10 ກວ່າວັນ.

ຢ່າງໃດກໍຕາມ, ການຊັນນະສູດດໍາເນີນໄປດ້ວຍຄວາມລໍາບາກ ເນື່ອງຈາກສົບຖືກແຊ່ໃນຖັງຢາງໝາກຕ໋ອຍ ເຊິ່ງຈະຕ່າງຈາກຊາກສົບທົ່ວໄປ. ໃນຂະນະດຽວກັນ, ຢູ່ພາຍໃນແຂວງຫຼວງພະບາງ ກໍຍັງບໍ່ທັນມີການຮັບແຈ້ງຄົນຫາຍ ຫຼື ຫາຍສາບສູນເທື່ອ. ດ້ານເຈົ້າໜ້າທີ່ ກ່າວວ່າ: ຈະໃຊ້ຄວາມພະຍາຍາມສຸດຂີດໃນການສືບສວນ-ສອບສວນຄະດີນີ້.