ພິທີປະກາດພະນັກງານພັກຜ່ອນ-ຮັບອຸດໜູນບຳນານ ແລະ ແຕ່ຕັ້ງຫົວໜ້າ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2023 ໂດຍການເປັນປະທານຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າກົມພະນັກງານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານດຳລັດຂອງລັດຖະມົນຕີ ວ່າດ້ວຍການໃຫ້ນາຍຕຳຫຼວດພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໂດຍໄດ້ອະນຸມັດໃຫ້ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ເຊກອງ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງ ພັທ ຄຳບານ ພົມມະນີວົງ ເປັນຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງເຊກອງ ຄື: ແຕ່ງຕັ້ງ ພັທ ຮຽມ ໄຊຍະລາດ ແລະ ພັທ ຄຳຄັ່ງ ທອງສະຫວັດ ເປັນຮອງຫົວໜ້າ ກອງບັນຊາການ ປກສ ແຂວງ.

ພ້ອມດຽວກັນນີ້, ທ່ານ ບຸນຫຼາຍ ບຸດທິ ຫົວໜ້າຄະນະຈັດຕັ້ງແຂວງເຊກອງ ກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງເຊກອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກ, ຄະນະປະຈໍາພັກ ແລະ ຄະນະພັກກອງບັນຊາການ ປກສ ແຂວງ ຄື: ບົ່ງຕົວແຕ່ຕັ້ງ ພັທ ຄຳບານ ພົມມະນີວົງ ເປັນເລຂາຄະ ນະພັກ, ພັທ ສັນມາລາ ຂຸນພິສິດ ເປັນຄະນະປະຈຳພັກ ປະທານກວດກາຄະນະພັກ ແລະ ພັທ ຮຽມ ໄຊຍະລາດ ເປັນຄະນະພັກກອງບັນຊາການ ປກສ ແຂວງ.

ໃນໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນໍາ ແລະ ການປະກອບສ່ວນທາງດ້ານເຫື່ອແຮງ, ຄວາມຮູ້-ຄວາມສາມາດ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງເຊກອງຂອງສະຫາຍຫົວ ໜ້າກອງບັນຊາການ ປກສ ແຂວງຜູ້ເກົ່າ, ແຕ່ການທີ່ໄດ້ຮັບນະໂຍບາຍນີ້ ແມ່ນເປັນລະບຽບການທີ່ໄດ້ກໍານົດໄວ້ໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແມ່ນວຽກງານປົກກະຕິຢູ່ໃນແບບແຜນການນໍາພາຂອງພັກເຮົາ; ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍຄືຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ເປັນຄັນທຸງນໍາໜ້າຢ່າງໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ, ການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງຈະແຈ້ງຂາດຕົວ, ຕິດຕາມກວດກາ, ຊຸກຍູ້ວຽກງານແຕ່ລະໄລຍະ, ເປັນຫົວຈັກຫຼັກ ແຫຼ່ງເປັນແບບຢ່າງນໍາໜ້າຮອບດ້ານ, ມີທັດສະນະຫຼັກໝັ້ນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້, ບໍາລຸງສ້າງໃຫ້ພະນັກງານ-ນັກຮົບ ໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ປະຕິບັດໜ້າທີ່ວຽກງານຂອງ ຕົນທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ.