ບັນດາກົມກອງວິຊາສະເພາະ ທຸກເຫຼົ່າຮົບກຳລັງກົມໃຫຍ່ຕຳຫຼວດ ກະຊວງ ປກສ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ຈະສືບຕໍ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເປັນຢ່າງດີ ພ້ອມທັງເປັນເຈົ້າການຮັບຜິດຊອບປ້ອງກັນ, ສະກັດກັ້ນ-ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນ ສັງຄົມຢ່າງຈິງຈັງ, ບໍ່ໃຫ້ເຫດການ ແຜ່ລາມເປັນວົງກວ້າງ ແລະ ສົ່ງຜົນ ກະທົບເຖິງຄວາມໝັ້ນຄົງຂອງ ຊາດ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ.

ພົຕ ຄຳກິ່ງ ຜຸຍຫຼ້າມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມສະຫຼຸບວຽກງານຕຳຫຼວດປະຈຳປີ 2022 ແລະ ວາງທິດທາງແຜນການຈຸດສຸມປີ 2023 ໃນລະຫວ່າງວັນທີ 9-10 ຕຸລາ 2023; ເຊິ່ງໄດ້ຮັບຟັງການປະກອບຄຳເຫັນຂອງບັນດາກົມກອງອ້ອມຂ້າງກະຊວງ, ກົມ, ຫ້ອງອ້ອມຂ້າງກົມໃຫຍ່ຕໍາຫຼວດ, ກອງບັນຊາການ ປກສ ແຂວງ, ປກສ ນະຄອນຫຼວງ ແລະ ປກສ ເມືອງ ຢ່າງມີເນື້ອໃນ ແລະ ມີຄວາມໝາຍສຳຄັນຕໍ່ວຽກງານປ້ອງກັນ ຄວາມສະຫງົບ ເຮັດໃຫ້ເຫັນແຈ້ງ ຕື່ມກ່ຽວກັບສະພາບທີ່ພົ້ນເດັ່ນ,ຈຸດດີຜົນງານ ແລະ ຈຸດອ່ອນຄົງ ຄ້າງໃນການຈັດຕັ້ງປະຕິບັດວຽກ ງານຕຳຫຼວດໃນ 1 ປີຜ່ານມາ ແລະ ມີຄວາມເປັນເອກະພາບຕໍ່ທິດ ທາງແຜນການໃນປີ 2023.

ທ່ານໄດ້ກ່າວເນັ້ນຕໍ່ພິທີປິດກອງປະຊຸມ ໃນວັນທີ 10 ຕຸລານີ້ ວ່າ: ໃນຕໍ່ໜ້ານີ້, ບັນດາກົມກອງທຸກເຫຼົ່າຮົບວິຊາສະເພາະກຳລັງ ກົມໃຫຍ່ຕຳຫຼວດ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕ້ອງພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງ ເລກທີ 27/ນຍ, ຄໍາສັ່ງເລກທີ 22/ຄລສພ, ຄໍາສັ່ງ ເລກທີ 02/ກມສພ, ຄໍາສັ່ງ ເລກທີ 19/ນຍ, ຄໍາສັ່ງ ເລກທີ 1470/ປກສ, ໂດຍ ຕິດພັນກັບ 1 ແຜນງານ, 4 ໂຄງ ການ, 16 ແຜນວຽກຂອງກົມ ໃຫຍ່ຕຳຫຼວດໄດ້ເປັນຮູບປະທຳ ຂຶ້ນຢ່າງຈະແຈ້ງ, ພ້ອມທັງຫັນກໍາລັງລົງສົມທົບແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຢ່າງເປັນລະບົບກົມ ກຽວ ເຊັ່ນ: ບັນຫາລັກລອບ, ຄ້າ ຂາຍ, ຂົນສົ່ງ ແລະ ມົ້ວສຸມເສບຢາເສບຕິດ, ຊິງຊັບ, ປຸ້ນຊັບ, ສໍ້ ໂກງຊັບທາງກົງ ແລະ ທາງອິນເຕີ ເນັດ, ຄ້າຂາຍເຖື່ອນ, ນັກເລງອັນຕະພານ, ການພະນັນເຖື່ອນ, ຊື້-ຂາຍຫວຍເຖື່ອນ, ອຸບັດຕິເຫດ, ຄ້າຂາຍອາວຸດເສິກເຖື່ອນ, ຄ້າມະນຸດ ແລະອື່ນໆ; ຊອກໃຫ້ໄດ້ຜູູ້ເປັນ ຫົວໂປ່ໂຕການເພື່ອມາລົງໂທດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ; ສະກັດກັ້ນ ແລະ ຕອບຕ້ານການໂຄສະນາໂຈມຕີການນໍາພັກ-ລັດຜ່ານທາງສື່ຕ່າງໆທີ່ສັດຕູ ແລະ ກຸ່ມບໍ່ດີສວຍໃຊ້ເປັນເຄື່ອງມື ເປັນຕົ້ນແມ່ນສື່ອອນລາຍ (ອິນເຕີເນັດ, ເຟດບຸກ).

ໄປຄຽງຄູ່ກັນນີ້, ກໍາລັງວິຊາສະເພາະ ຕ້ອງສືບຕໍ່ເຄື່ອນໄຫວແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດສະບັບເລກທີ 1843/ປກສ ໃຫ້ເປັນຮູບປະທໍາ, ສໍາເລັດຕາມແຜນການຢ່າງມີປະສິດທິຜົນ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໃນການແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດລົງຢ່າງຈະແຈ້ງ, ສຸມໃສ່ເຮັດວຽກ ງານອັດປ່ອງຂ້າມລອຍ ເພື່ອຈໍາກັດ ແລະ ແກ້ໄຂພວກເປົ້າໝາຍຢາເສບຕິດ. ນອກນີ້, ກໍຕ້ອງສຸມໃສ່ສ້າງແຜນເຂົ້າຮ່ວມເຮັດວຽກງານປ້ອງກັນກອງປະຊຸມຕ່າງໆລະດັບຊາດ ແລະ ສາກົນ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ແລະ ງານບຸນປະຫວັດສາດສຳຄັນຂອງຊາດ ປີ 2023 ໃຫ້ມີຄວາມສະຫງົບ-ປອດໄພ, ສືບຕໍ່ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເຮັດວຽກງານໂຄສະນາຕາມແລວທາງລົດໄຟລາວ-ຈີນໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ພ້ອມທັງເຮັດວຽກງານປ້ອງກັນໂຄງການທາງລົດໄຟລາວ-ຈີນໃຫ້ມີຄວາມສະຫງົບ-ປອດໄພ 100%.