ກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2022, ໂດຍມີ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ສະຫາຍ ພົຈວ ສົມໄຊ ພູລະຄໍາມະນີ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ, ສະຫາຍ ບຸນຫຼາຍ ບຸດທິ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມດໍາເນີນຊີວິດການເມືອງຄັ້ງນີ້ ແມ່ນເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ມາດຕະການແກ້ໄຂບັນຫາຢາເສບຕິດ ໂດຍຈຸດປະສົງກໍເພື່ອເປັນການສໍາຫຼວດກວດກາ, ເສີມຂະຫຍາຍຜົນງານດ້ານດີ ແລະ ສຸມໃສ່ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງຕ່າງໆ ໃນກໍາລັງ ປກສ ແຂວງ, ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ທາງດ້ານແນວຄິດ ແລະ ການກະທໍາ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ມີຄວາມເປັນເອກະພາບພາຍໃນພັກ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ນາຍ ແລະ ພົນຕໍາຫຼວດ, ເຊີດຊູນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນ, ເຮັດໃຫ້ ກໍາລັງ ປກສ ແຂວງ ມີຄວາມໜັກແໜ້ນທາງດ້ານການເມືອງ, ການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກໃຫ້ມີປະສິດທິພາບ, ປະສິດທິຜົນສູງ ສາມາດເປັນກໍາລັງປະກອບອາວຸດທີ່ແຫຼມຄົມຂອງພັກ ແລະ ເປັນທີ່ເພິ່ງຂອງປະຊາຊົນ.

+ ເອກະສານທີ່ນໍາມາເຜີຍແຜ່ໃນກອງປະຊຸມຄັ້ງນີ້ ປະກອບມີ:

  • ເອກະສານກ່ຽວກັບ ການປົວແປງພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ
  • ຈັນຍາບັນ ແລະ ຈັນຍາທໍາຂອງນາຍ ແລະ ພົນຕໍາຫຼວດ
  • ບົດສະຫຼຸບການນໍາພາ-ຊີ້ນໍາຂອງຄະນະພັກກອງບັນຊາການ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2022
  • ບົດສໍາຫຼວດການນໍາພາລວມຂອງ ຄະນະພັກກອງບັນຊາການ ປກສ ແຂວງ ໃນ 9 ເດືອນຜ່ານມາ

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!