ໃນວັນທີ 30 ພະຈິກ 2022, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ໄດ້ສົ່ງຕົວຜູ້ຖືກຫາໃຫ້ ກອງບັນຊາການຕຳຫຼວດແຫ່ງຊາດ ຣາຊະອານາຈັກໄທ ຈຳນວນ 3 ຄົນ; ໃນນີ້, ເຂົ້າເມືອງບໍ່ຖືກຕ້ອງຕາມລະບຽບກົດໝາຍ 1 ຄົນ, ເຊິ່ງຜູ້ຖືກຫາໄດ້ກໍ່ເຫດປຸ້ນຊັບແລ້ວເອົາຕົວລົບໜີມາລີ້ຊ້ອນຢູ່ ສປປ ລາວ.

 ການມອບຕົວຜູ້ຖືກຫາຄັ້ງນີ້ ຈັດຂຶ້ນທີ່ດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ ແຂວງໜອງຄາຍ ຣາຊະອານາຈັກໄທ; ໂດຍການເຂົ້າຮ່ວມຂອງ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ພົນເອກ ສຸລະເຊດ ຫັກພານ ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດ ຣາຊະອານາຈັກໄທ ພ້ອມພາກສ່ວນກ່ຽວຂ້ອງທັງສອງຝ່າຍ ກໍໄດ້ເຊັນບົດບັນທຶກມອບ-ຮັບຕົວຜູ້ຖືກຫາຢ່າງເປັນທາງການ.

ເຈົ້າໜ້າທີ່ກົມໃຫຍ່ຕຳຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ:

ໃນວັນທີ 3 ພະຈິກ 2022, ກົມໃຫຍ່ຕຳຫຼວດ ໄດ້ຮັບເອກະສານຂໍຄວາມຮ່ວມມືຈາກຕໍາຫຼວດພູທອນ ພາກ 4 ປະເທດໄທ ກ່ຽວກັບການຂໍຄວາມຮ່ວມມືກວດສອບ, ຕິດຕາມ, ຈັບຕົວຜູ້ຖືກຫາຊື່ ທ້າວ ພັນທະຣັດ ຫານສຸຣີ ຫຼື ໂກ້, ເຊື້ອຊາດ-ສັນຊາດໄທ, ຢູ່ບ້ານເປັດ ເມືອງຂອນແກ່ນ ແລະ ທ້າວ ຈີຣາວຸດ ທອງສືບສາຍ ເຊື້ອຊາດ-ສັນຊາດໄທ ຢູ່ບ້ານທ່ານະ ເມືອງຂອນແກ່ນ ແຂວງຂອນແກ່ນ ທີ່ຮ່ວມກັນປຸ້ນຊັບໃຊ້ປືນຍິງໃຫ້ຜູ້ອື່ນເສຍຊີວິດ ແລ້ວເອົາຕົວລົບໜີມາລີ້ຊ້ອນຢູ່ ສປປ ລາວ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ສປປ ລາວ ສືບຮູ້ໄດ້ວ່າ: ຜູ້ກ່ຽວທັງສອງໄດ້ເອົາຕົວມາລີ້ຊ້ອນຢູ່ເມືອງໄຊເສດຖາ ແລະ ໃນເວລາ 11:00 ໂມງ ຂອງວັນທີ 3 ພະຈິກ 2022 ຈຶ່ງຈັບຕົວ ທ້າວ ພັນທະຣັດ ແລະ ທ້າວ ຈິຣະວຸດ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສຳເລັດ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!