ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ໃຫ້ທິດຊີ້ນໍາ ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງເຊກອງ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ຖືເປັນວຽກງານສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ.

ໃນໂອກາດທີ່ ພົຕ ວັນທອງ ກອງມະນີ ໄດ້ເຂົ້າຮ່ວມປິດບັ້ນດໍາເນີນຊີວິດການເມືອງ ຢູ່ກອງບັນຊາການ ປກສ ແຂວງເຊກອງ ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາ, ມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ແລະ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ກ່າວວ່າ:

ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງເຊກອງ ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານໃຫ້ທົ່ວເຖິງ, ເປັນປົກກະຕິ ແລະ ຖືເອົາວຽກງານດັ່ງກ່າວ ສອດຮ້ອຍເຂົ້າທຸກຂົງເຂດວຽກງານ, ເຮັດເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອສ້າງເປັນເງື່ອນໄຂ, ບັນທັດຖານ ແລະ ແນວທາງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ບົນພື້ນຖານເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ປະຕິບັດລະບອບຮ່ວມຊີວິດພັກເປັນປົກກະຕິ, ມີຄວາມຈິງໃຈກ້າຫານຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ.

ພ້ອມທັງ ເປັນແບບຢ່າງນໍາໜ້າໃຫ້ແກ່ ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ແຂວງເຊກອງ, ຍົກສູງສະຕິຊາດ, ເປັນເຈົ້າຕົນເອງ, ເສຍສະຫຼະ ແລະ ອຸທິດຕົນຢ່າງບໍ່ມີຂອບເຂດ ເພື່ອຜົນປະໂຫຍດລວມຊາດ ແລະ ປະຊາຊົນ.

ຄະນະພັກ-ຄະນະບັນຊາ ຕ້ອງປັບປຸງແບບແຜນນໍາພາ ແລະ ແບບແຜນວິທີເຮັດວຽກ ໃຫ້ມີຄຸນນະພາບ, ແທດກັບຕົວຈິງ, ມີການແບ່ງງານມອບໝາຍໃນໝູ່ຄະນະຢ່າງຈະແຈ້ງ, ມີແຜນການ, ແຜນງານໃນແຕ່ລະໄລຍະ ທັງຕິດຕາມກວດກາ, ຖອດຖອນບົດຮຽນເປັນປົກກະຕິ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍຂອງວຽກງານ ແລະ ເອົາໃຈໃສ່ລົງເລິກໃກ້ສິດຕິດແທດກົມກອງ-ຮາກຖານ ເປັນຕົ້ນ ບັນດາ ປກສ ເມືອງ ເປັນປົກກະຕິຕໍ່ເນື່ອງ.

ນອກນີ້, ກໍໃຫ້ເອົາໃຈໃສ່ກໍ່ສ້າງພັກ-ກໍ່ສ້າງພະນັກງານ ຕ້ອງພາວະວິໄສຮອບດ້ານ, ຖືກຕ້ອງຕາມຫຼັກການຂອງພັກ, ຍົກສູງສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການປະຕິບັດລະບຽບຂອງກໍາລັງຢ່າງເຂັ້ມງວດ, ເອົາໃຈໃສ່ເຮັດວຽກງານກວດກາ-ປ້ອງກັນກໍາລັງໃຫ້ດີ ຕິດພັນກັບ ການແກ້ໄຂບັນຫາປະກົດການ ຫຍໍ້ທໍ້ ພາຍໃນກໍາລັງຢ່າງເດັດຂາດ, ເຂັ້ມງວດ ແລະ ຮອບດ້ານ. 

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!