ວັນທີ 5 ທັນວາ 2022, ທີ່ຫ້ອງວ່າການແຂວງຊຽງຂວາງ, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ໄດ້ພົບປະ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໃນໂອກາດທີ່ມາຢ້ຽມຢາມ ແລະ ລົງຊຸກຍູ້ວຽກງານວິຊາສະເພາະປ້ອງກັນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ພົທ ກົງທອງ ພົງວິຈິດ ໄດ້ກ່າວຈຸດປະສົງຂອງການມາຢ້ຽມຢາມ ແລະ ລົງຊຸກຍູ້ວຽກງານຄັ້ງນີ້ ເພື່ອຕິດຕາມ, ກວດກາ ແລະ ຊີ້ນໍາບັນດາກໍາລັງເຫຼົ່າຮົບວິຊາສະເພາະຕ່າງໆທີ່ບັນຈຸເຂົ້າໃນບັ້ນປ້ອງກັນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ກໍາລັງປ້ອງກັນຄວາມສະຫງົບ ທີ່ໄດ້ບັນຈຸເຂົ້າລວມທັງ ກະຊວງ ແລະ ປກສ ແຂວງ, ເຊິ່ງຈະໄດ້ບັນຈຸເຂົ້າປ້ອງກັນຕາມສະຖານທີ່ສຳຄັນ ເປັນຕົ້ນແມ່ນ ສະໜາມກິລາທີ່ມີການແຂ່ງຂັນ, ເສັ້ນທາງ, ສະຖານທີ່ທ່ອງທ່ຽວ ເພື່ອຮອງຮັບໃຫ້ແກ່ງານມະຫາກໍາກິລາແຫ່ງຊາດໃນຄັ້ງນີ້ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.

ທ່ານ ບຸນຈັນ ສີວົງພັນ ໄດ້ສະແດງການຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານຮອງລັດຖະມົນຕີ ກະຊວງ ປກສ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ແຂວງຊຽງຂວາງຄັ້ງນີ້ ພ້ອມກ່າວວ່າ:

ກໍາລັງປ້ອງກັນຄວາມສະຫງົບ ແມ່ນເປັນກໍາລັງຫຼັກແຫຼ່ງທີ່ມີຄວາມສໍາຄັນ ໃນການເຮັດໜ້າທີ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນສັງຄົມ ໂດຍສະເພາະ ການປ້ອງກັນງານມະຫາກໍາກິລາແຫ່ງຊາດຄັ້ງນີ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ ແລະ ປອດໄພ.

ໂອກາດນີ້, ພົທ ກົງທອງ ພົງວິຈິດ ຍັງໄດ້ຕາງໜ້າໃຫ້ ກະຊວງ ປກສ ມອບເງິນຈໍານວນ 200 ລ້ານກີບ ໃຫ້ແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI, ເຊິ່ງກ່າວຮັບໂດຍ ທ່ານ ບຸນຈັນ ສີວົງພັນ; ພ້ອມນີ້, ເຈົ້າແຂວງຊຽງຂວາງ ກໍໄດ້ມອບໃບຍ້ອງຍໍໃຫ້ ກະຊວງ ປກສ ເພື່ອເປັນການສະແດງຄວາມຂອບໃຈຕໍ່ການຊຸກຍູ້ໃນຄັ້ງນີ້.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!