ເມືອງແມດ ແຂວງວຽງຈັນ ໄດ້ຈັດພິທີປະກາດຮັບຮອງບ້ານນາດອກຄູນ, ສີສະອາດເໜືອ, ນາເທົາ, ນາຍ ບ້ານ, ໂນນສະອາດ, ສີສະອາດໃຕ້ ແລະ ບ້ານປາກແຜນ ເປັນບ້ານປ້ອງກັນຄວາມສະຫງົບດີ; ໂດຍມີ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ; ທ່ານ ຄໍາປ່ຽນ ແສງສະຫວັດ ເຈົ້າເມືອງໆແມດ, ມີແຂກຮັບເຊີນ, ນາຍບ້ານພ້ອມດ້ວຍປະຊາຊົນ 7 ບ້ານ ເຂົ້າຮ່ວມ, ວັນທີ 17 ກໍລະກົດ 2020.

ທ່ານ ເວີນຄໍາ ດວງຄໍາຈັນ ເລຂາພັກບ້ານນາຍບ້ານໆນາເທົາ ຕາງໜ້າໃຫ້ 7 ບ້ານຜ່ານບົດສະຫຼຸບການເປີດ ຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ; 7 ບ້ານມີ 514 ຄອບຄົວ, ມີ 36 ໜ່ວຍສາມັກຄີ, ມີພົນລະເມືອງທັງໝົດ 2.882 ຄົນ, ຍິງ 1.367 ຄົນ, ປະຊາ ຊົນສ່ວນຫຼາຍແມ່ນຜະລິດກະສີກຳປູກຝັງ-ລ້ຽງສັດ; ປະຊາຊົນພາຍໃນບ້ານມີຄວາມຮັບຮູ້, ມີຄວາມເຂົ້າໃຈຢ່າງຈະແຈ້ງພ້ອມທັງຕື່ນຕົວເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຕັ້ງໜ້າ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆຢ່າງເປັນເຈົ້າການໃນໄລຍະຜ່ານມາສາມາດຕີລາຄາ 5 ມາດຖານຂອງຄອບ ຄົວ ແລະ 6 ມາດຖານບ້ານທີ່ເຮັດວຽກງານປ້ອງກັນຄວາມສະຫງົບດີພາຍໃນ 7 ບ້ານ ປະເມີນໄດ້ດັ່ງນີ້:

ພິທີມອບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ທັງ 7 ບ້ານ ຂອງ ເມືອງແມດ
ພິທີມອບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ທັງ 7 ບ້ານ ຂອງ ເມືອງແມດ

ບ້ານນາ ດອກຄູນ ມີ 53 ຄອບຄົວ ປະເມີນໄດ້ 96%, ບ້ານນາເທົາ ມີ 106 ຄອບຄົວ ປະເມີນໄດ້ 92%, ບ້ານສີສະ ອາດເໜືອ ມີ 57 ຄອບຄົວ ປະເມີນໄດ້ 98%; ບ້ານນາຍາບ ມີ 64 ຄອບຄົວ ປະເມີນໄດ້ 100%, ບ້ານ ໂນນສະຫວາດ ມີ 60 ຄອບຄົວ ປະເມີນໄດ້ 100%; ບ້ານສີສະອາດໃຕ້ ມີ 102 ຄອບຄົວ ປະເມີນໄດ້ 98% ແລະ ບ້ານປາກແຜນ ມີ 90 ຄອບຄົວ ປະເມີນໄດ້ 100% ສັງລວມແລ້ວ 7 ບ້ານສາມາດປະເມີນໄດ້ 97% ຂອງຈໍານວນບ້ານ.

ພິທີມອບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ທັງ 7 ບ້ານ ຂອງ ເມືອງແມດ
ພິທີມອບໃບຢັ້ງຢືນບ້ານປ້ອງກັນຄວາມສະຫງົບດີ ທັງ 7 ບ້ານ ຂອງ ເມືອງແມດ

ໃຫ້ກຽດມອບໃບຢັ້ງຢືນໃຫ້ບ້ານປ້ອງກັນຄວາມສະຫງົບດີ ໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ; ມອບ ໃບຢັ້ງຢືນໃຫ້ຄອບຄົວປ້ອງກັນຄວາມສະຫງົບດີ ຈໍານວນ 514 ຄອບຄົວ ໂດຍ ທ່ານ ຄໍາປ່ຽນ ແສງສະຫວັດ ພ້ອມນັ້ນຍັງໄດ້ພ້ອມກັນເປີດແຜ່ນປ້າຍເພື່ອຮັບຮອງເອົາ 7ບ້ານ ເປັນບ້ານປ້ອງກັນຄວາມສະຫງົບດີຂອງ ເມືອງແມດແຂວງວຽງຈັນຢ່າງສົມກຽດ.