ໜ່ວຍສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ຈັບຜູ້ຂາຍຢາເສບຕິດໄດ້ 4 ຄົນ ຢູ່ເຂດບ້ານນາຫ້ວຍໄລ ພ້ອມຂອງກາງຢາບ້າ 795 ເມັດ, ຢາໄອສ໌ 17 ຖົງນ້ອຍ ໃນວັນທີ 23 ພຶດສະພາ 2020.

ຜູ້ຖືກຫາທັງ 4 ຄົນ ຄື: 1. ຊື່ທ້າວ ຖິນ ອາຍຸ 39 ປີ ຢູ່ບ້ານນາຫ້ວຍໄລ ເມືອງທ່າປາງ ທອງ ມີຂອງກາງຕິດຕົວປະເພດ ຢາບ້າ 2 ຖົງ ມີ 398 ເມັດ; 2. ທ້າວ ຕາ ອາຍຸ 24 ປີ ບ້ານນາຄະຍອມ (ບໍ່ມີຂອງກາງ); 3. ທ້າວ ເອກກະພົດ ຫຼື ເອກ ອາຍຸ 22 ປີ ຢູ່ບ້ານເຊບັງນວນ (ບໍ່ມີຂອງກາງ); 4. ທ້າວ ສົມສະຫວິນ ຫຼື ແຫຼ້ ອາຍຸ 39 ປີ ຢູ່ບ້ານເຊບັງນວນ ມີຂອງກາງ ຢາບ້າ 397 ເມັດ ຢາໄອສ໌ 17 ນ້ອຍ ທັງ 3 ຄົນ ຢູ່ເມືອງສອງຄອນ ທັງໝົດຢູ່ແຂວງສະຫວັນນະເຂດ.

ທ້າວ ຖິນ ສາລະພາບວ່າ: ເລີ່ມເສບຢາບ້າມາໄດ້ 3-4 ປີ ໂດຍຊື້ນໍາໄວລຸ້ນ ພາຍໃນບ້ານ ແລະ ເທດສະບານ. ໃນປີ 2020, ໄດ້ເລີ່ມເຄື່ອນ ໄຫວຄ້າຂາຍຢາບ້າ, ເຊິ່ງຢາບ້າທີ່ເຈົ້າໜ້າທີ່ກວດພົບຢູ່ເຮືອນຂອງຜູ້ກ່ຽວຈຳນວນ 2 ຖົງ ໄດ້ຊື້ມາຈາກ ທ້າວ ຕາ ຢູ່ບ້ານນາຄະຍອມ ໃນວັນທີ 2 ພຶດສະພາ 2020. ນອກຈາກຊື້ຢາບ້າ ນຳທ້າວ ຕາ ແລ້ວ, ຍັງໄດ້ຊື້ຢາບ້ານຳ ທ້າວ ເອກກະພົດ ຫຼື ເອກ ຄັ້ງລະ 1-2 ຖົງ ແລະ ເຄີຍຊື້ມາແລ້ວ 8 ຄັ້ງ; ສ່ວນຢາບ້າທີ່ໄດ້ມາແຕ່ລະຄັ້ງແມ່ນໄດ້ຂາຍໃຫ້ໄວລຸ້ນທົ່ວໄປ ແລະ ເສບເອງ.

ທ້າວ ຕາ ແລະ ທ້າວ ສົມສະຫວິນ ຫຼື ແຫຼ້ ກ່າວວ່າ: ຂອງກາງຢາບ້າຈຳນວນ 397 ເມັດ ແລະ ຢາໄອສ໌ 17 ຖົງນ້ອຍ ແມ່ນຂອງພວກກ່ຽວແທ້, ເຊິ່ງພາກັນອອກເງິນຊື້ນຳຊາຍບໍ່ຮູ້ຊື່ຢູ່ບ້ານເຊບັ້ງຫຽງ ເມືອງສອງຄອນ ເພື່ອຈະເອົາໄປຈຳໜ່າຍໃຫ້ກັບໄວລຸ້ນ ແລະ ແບ່ງເສບຈຳນວນໜຶ່ງເພາະພວກກ່ຽວຕິດເສບຢາບ້າມາຫຼາຍປີແລ້ວ.

ທ້າວ ເອກກະພົດ ຫຼື ເອກ ຍອມຮັບວ່າໄດ້ເສບຢາເສບຕິດມາຫຼາປີແລ້ວ; ຢາບ້າທີ່ຊື້ມາເສບແມ່ນໄດ້ຊື້ນຳທ້າວ ຕາ ຄັ້ງລະ 1-2 ເມັດ. ໃນມືຖືກກັກຕົວ, ເຈົ້າໜ້າທີ່ໄດ້ກວດພົບຢາບ້າຈຳນວນ 397 ເມັດ ແລະ ຢາໄອສ໌ 17 ຖົງນ້ອຍ ແມ່ນຂອງທ້າວ ຕາ ແລະ ທ້າວ ສົມມະຫວິນ ໂດຍຜູ້ກ່ຽວບໍ່ຮູ້ເຫັນກ່ຽວກັບການ ຊື້ຂາຍຢາບ້າດັ່ງກ່າວ. ແຕ່ຜູ້ກ່ຽວເຄີຍຮັບ ເອົາຢາບ້າຈາກທ້າວ ຕາ ໄປສົ່ງໃຫ້ທ້າວ ຖິນ ບ້ານນາຫ້ວຍໄລ ຈຳນວນ 8 ຄັ້ງ; ໄດ້ຄ່າຈ້າງຈຳນວນ 50.000 ກີບຕໍ່ຄັ້ງ.

ການຈັບຕົວ 4 ຄົນດັ່ງກ່າວສືບເນື່ອງ ມາຈາກປະຊາຊົນເຂດບ້ານ ນາຫ້ວຍໄລ ລາຍງານວ່າ: ມີໄວລຸ້ນພາຍໃນ ແລະ ຕ່າງບ້ານມາມົ້ວສຸມຢາເສບຕິດ ແລະ ທັງ ຈຳໜ່າຍຢາບ້າໃຫ້ກັບໄວລຸ້ນ. ຈາກການລົງເກັບກຳຂໍ້ມູນຕ່າງໆຂອງເຈົ້າໜ້າທີ່ວິຊາສະເພາະ, ພົບວ່າການລາຍງານຂອງ ປະຊາຊົນແມ່ນຄວາມຈິງ. ມາວັນທີ 23 ພຶດສະພາ, ພາຍຫຼັງສຶບຮູ້ວ່າ ກຸ່ມໄວລຸ້ນມາເຄື່ອນໄຫວຢູ່ຈຸດດັ່ງກ່າວ ຈຶ່ງໄດ້ນຳກຳ ລັງເຂົ້າປິດລ້ອມ ແລະ ກັກຕົວພວກ ກ່ຽວໄດ້ພ້ອມຂອງກາງຢາບ້າ 795 ເມັດ ຢາໄອສ໌ 17 ຖົງນ້ອຍໄປດຳເນີນຄະດີ.