ຄະນະສານອາຍາ ສານປະຊາຊົນ ຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນຈໍາເລີຍ ຊື່ ທ້າວ ສົມບັດ ຫຼື ບັດ ອາຍຸ 30 ປີ ບ້ານດ່ານຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນສະຖານການຄ້າຂາຍຢາເສບຕິດປະເພດຢາບ້າ ໂດຍຄະນະສານຕັດສິນສັ່ງ ເພີ່ມໂທດ 1 ປີ ແລະ ຕັດສິນລົງໂທດອີກ 5 ປີ ລວມໂທດ 6 ປີ ພ້ອມທັງປັບໃໝ 20 ລ້ານກີບ.

ອົງການໄອຍະການປະຊາຊົນ ນະ ຄອນຫຼວງວຽງຈັນ ໄດ້ສັ່ງຟ້ອງ ແລະ ຖະແຫຼງຕໍ່ຄະນະສານອາຍາ ໃຫ້ຮູ້ວ່າ: ທ້າວ ສົມບັດ ໄດ້ເລີ່ມເສບຢາບ້າມາແຕ່ປີ 2000 ເປັນຕົ້ນມາ, ເສບມື້ລະ 5-10 ເມັດ, ຢາບ້າທີ່ນໍາມາເສບແຕ່ລະຄັ້ງຊື້ນໍາ ທ້າວ ຕຸລາ ແລະ ໄວລຸ້ນທົ່ວໄປຢູ່ເຂດບ້ານຕາດທອງ ຄັ້ງລະ 3-5 ເມັດ, ພາຍຫຼັງໄດ້ຢາບ້າແລ້ວ ກໍນໍາມາເສບຄົນດຽວຢູ່ເຮືອນ. ມາຮອດໄລຍະເດືອນພຶດສະພາ 2019 ຈຶ່ງໄດ້ເລີ່ມເຄື່ອນ ໄຫວຄ້າຂາຍຢາເສບຕິດ (ຢາບ້າ), ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນ ຊື້ນໍາ ທ້າວ ດ້າ ອາຍຸ 38 ປີ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ຈໍານວນຫຼາຍຄັ້ງ, ຄັ້ງລະ 1-2 ຖົງ, ເມື່ອໄດ້ຢາບ້າ ແລ້ວ ກໍນໍາໄປເສບ ແລະ ຂາຍຕໍ່ເພື່ອກິນ ກໍາໄລ; ວັນທີ 23 ຕຸລາ 2019 ເວລາ 8:00 ໂມງ ໄດ້ໄປຊື້ຢາບ້ານໍາ ທ້າວ ດ້າ ອີກ ຈໍານວນ 300 ເມັດ. ຈາກນັ້ນ; ຜູ້ກ່ຽວກໍນໍາຢາບ້າມາເກັບຮັກສາໄວ້ ເພື່ອຂາຍຕໍ່ກິນກໍາໄລຄືຄັ້ງທີ່ຜ່ານມາ ແຕ່ກໍ
ຖືກເຈົ້າໜ້າທີ່ຈັບຕົວ ພ້ອມກັບຂອງກາງຢາບ້າ ຈໍານວນດັ່ງກ່າວໄປດໍາເນີນຄະດີຕາມກົດໝາຍ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ: ການກະທໍາຂອງ ທ້າວ ສົມບັດ (ຈໍາເລີຍ) ເປັນການກະທໍາຜິດ ທາງອາຍາ ໃນຂໍ້ຫາການຄ້າຂາຍຢາເສບ ຕິດ (ຢາບ້າ) ທີ່ແຕະຕ້ອງເຖິງສະເຖຍລະພາບທາງເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຕາມປະມວນກົດໝາຍອາຍາ ມາດຕາ 315, ເຊິ່ງມັນສະແດງອອກຕາມບົດບັນທຶກການຈັບຕົວ ແລະ ການກະທໍາທັງໝົດນີ້ຈໍາເລີຍ ກໍໃຫ້ການຮັບສາລະພາບວ່າ ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ແທ້ຕາມຄໍາໃຫ້ການສະບັບລົງ ວັນທີ 23 ຕຸລາ 2019 ແລະ 25 ຕຸ
ລາ 2019 ຂອງກາງຢາບ້າຂອງຈໍາເລີຍ ຈໍານວນ 300 ເມັດ ນ້ໍາໜັກ 30,738 ກຼາມ ໂດຍຜ່ານການກວດພິສູດວິໄຈ ເຫັນວ່າ ບັນຈຸສານເສບຕິດປະເພດຢາ ບ້າທີ່ອອກລິດຕໍ່ຈິດປະສາດແທ້ຈິງ.

ການກະທໍາຂອງຈໍາເລີຍ ເປັນການ ກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍຈົ່ງໃຈຄ້າຂາຍຢາເສບຕິດ (ຢາບ້າ) ທັງໆທີ່ຈໍາເລີຍກໍຮູ້ດີວ່າ ຢາເສບຕິດ ກົດໝາຍຫ້າມຜະລິດ, ປຸງແຕ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງໂດຍເດັດຂາດ; ນອກ
ນັ້ນ, ຍັງເຫັນວ່າ ຈໍາເລີຍມີສະຕິສໍາປະຊັນຍະສົມບູນດີ, ບໍ່ເປັນຄົນບ້າເສຍຈິດ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ.

ສ່ວນເປົ້າໝາຍການຊັດທອດຄື ທ້າວ ຕຸລາ, ທ້າວ ດ້າ ແລະ ໄວລຸ້ນທົ່ວໄປ ເຈົ້າໜ້າທີ່ໄດ້ຂຶ້ນເປັນບັນຊີເປົ້າໝາຍສະເພາະຕາມບົດສະຫຼຸບ ສະບັບເລກທີ 31/ປກສ.ສຄ, ລົງວັນທີ 20 ມັງກອນ 2020. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ຕາມປະມວນກົດໝາຍອາ ຍາ ມາດຕາ 315 ວັກ 1 ຄື ຕັດສິນໃຫ້ຈໍາເລີຍຈໍາຄຸກ 5 ປີ ແລະ ເພີ່ມໂທດອີກ 1 ປີ ລວມໂທດທັງໝົດແມ່ນ 6 ປີ ຍ້ອນວ່າຈໍາເລີຍເຄີຍເຄື່ອນໄຫວກະທໍາຜິດມາແລ້ວ ແລະ ຄັ້ງນີ້ແມ່ນຄັ້ງທີ 2 ພ້ອມທັງໄດ້ປັບໃໝເງິິນອີກ 20.000.000 ກີບ.