ເກີດເຫດຊີງຊັບເຈົ້າຂອງຮ້ານຂາຍເຄື່ອງຢູ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ແຕ່ຜູ້ເສຍຫາຍຈື່ຜູ້ກໍ່ເຫດໄດ້ດີ ເພາະເປັນລູກ ຄ້າປະຈໍາ, ເຊິ່ງນໍາໄປສູ່ການຈັບຕົວຄົນຮ້າຍໂດຍໄວ; ໃນຂະນະທີ່ເຈົ້າໜ້າທີ່ຕໍາຫຼວດ ພວມເລັ່ງນໍາຈັບຕົວຜູ້ຮ່ວມກໍ່ເຫດອີກ 1 ຄົນ ທີ່ກໍາລັງຫຼົບໜີ; ຄາດວ່າຈະສາມາດຈັບຕົວຜູ້ກ່ຽວໄດ້ໃນໄວໆນີ້.

ນາງ ພຸດທະວັນ ເຈົ້າຂອງຮ້ານຂາຍເຄື່ອງຢູ່ບ້ານໂນນສະຫວາດ ນະຄອນໄກສອນພົມວິຫານ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດ ວ່າ: ໃນເວລາເກືອບທ່ຽງຄືນຂອງວັນວັນທີ 14 ກໍລະກົດ 2020, ມີຜູ້ຊາຍ 2 ຄົນມາຊື້ເຄື່ອງຢູ່ຮ້ານແລ້ວ ລັກເອົາໂທລະສັບ ພ້ອມທັງດຶງເອົາກະເປົາແລ້ວຫຼົບໜີ. ຈາກນັ້ນ, ເຈົ້່າໜ້າທີ່ ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສະຖານທີ່ເກີດເຫດ. ຜ່ານການສອບຖາມເຈົ້າຂອງຮ້ານ ແລະ ກວດກາກ້ອງວົງຈອນປິດ, ພົບເຫັນຜູ້ກໍ່ເຫດ 2 ຄົນ ນຸ່ງເສື້ອແຂນຍາວສີຂຽວໃສ່ໝວກກັນກະທົບສີດໍາ ປົກປິດໃບໜ້າ, ເຊິ່ງຜູ້ເປັນເຈົ້າຂອງຮ້ານຢັ້ງຢືນວ່າ ຜູ້ທີ່ເຫັນພາບໃນກ້ອງວົງຈອນປິດແມ່ນຄົນບ້ານດຽວກັນ ເພາະຜູ້ກ່ຽວໄດ້ມາຊື້ເຄື່ອງຢູ່ຮ້ານເປັນປະຈໍາ. ພາຍຫຼັງເຈົ້າໜ້າທີ່ໄດ້ ຂໍ້ມູນ, ກໍໄດ້ຄັດຈ້ອນເປົ້າໝາຍຢ່າງລະອຽດ; ສາມາດນໍາ ໄປສູ່ການຈັບຕົວໄດ້ 1 ຄົນ ຊື່ ທ້າວ ວິຊຸຸນ ຫຼື ຕຸກ ອາຍຸ 34 ປີ ຢູ່ບ້ານໂນນສະ ຫວາດ ໃນວັນທີ 15 ກໍ ລະກົດ 2020.

ທ້າວ ຕຸກ ສາລະພາບວ່າ: ໃນວັນທີ 14 ກໍລະກົດ 2020, ໄດ້ຮ່ວມກັບ ທ້າວ ພອນສະຫວັນ ຫຼື ອ້າຍ ( ທີ່ກຳລັງຫຼົບໜີ ) ກໍ່ເຫດແທ້, ກ່ອນກໍ່ເຫດທ້າວ ອ້າຍ ໄດ້ຂັບຂີ່ລົດຈັກບໍ່ມີໝາຍເລກທະບຽນໄປຫາຢູ່ເຮືອນ. ເວລານັ້ນ, ບໍ່ມີເງິນເຕີມເຊີ ເພື່ອຫຼິ້ນເກມ ຈຶ່ງໄດ້ຊວນກັນໄປເລາະລັກ ຊັບ, ຊິງຊັບຕາມຮ້ານຕ່າງໆ ຖ້າພົບເຫັນຫຍັງແມ່ນລົງມືກໍ່ເຫດທັນທີ. ຕົນເອງເປັນຜູ້ຂັບລົດໃສ່ໝວກກັນກະທົບສີດໍາ, ໃສ່ເສື້ອວອມສີຂຽວ, ສ່ວນ ທ້າວ ອ້າຍ ໃສ່ໝວກກັນກະທົບສີດໍາ, ຜ້າອັດປາກ ແລະ ນຸ່ງເສື້ອວອມສີຟ້າ ເພື່ອປິດບັງຕົວ ແລະ ໃບໜ້າ. ຮອດເວລາປະມານ 23:00 ໂມງ ໄດ້ຂີ່ລົດໄປຈອດຢູ່ຮ້ານຂາຍບັດເຕີມເຊີ ຢູ່ເສັ້ນທາງ A1 ເຂດບ້ານໂພນສະຫວາດ ນະຄອນໄກສອນ ໂດຍໃຊ້ຮູບການຮ້ອງຊື້ບັດເຕີມເຊີ ລາຄາ 180 ບາດ. ຂະນະນັ້ນ, ທ້າວ ອ້າຍ ລົງຈາກທ້າຍລົດຈັກຍ່າງໄປຊ່ອງເບິ່ງຮ້ານຂາຍເຄື່ອງເຫັນຜູ້ຍິງຢູ່ຜູ້ດຽວ ແລ້ວທໍາທ່າຮ້ອງບອກວ່າ ເງິນບໍ່ພໍຈັກໜ່ອຍຊິກັບມາຊື້ໃໝ່. ຈາກນັ້ນ, ກໍຂັບຂີ່ລົດຈັກເອົາມືຖືໄປຈໍາຢູ່ຮ້ານແຫ່ງໜຶ່ງ ໃນລາຄາ 100.000 ກີບ ແລ້ວ ພາກັນໄປຊື້ບັດເຕີມເຊີຢູ່ຮ້ານເກົ່າ; ໂດຍຈອດລົດຈັກແລ້ວຍ່າງເຂົ້າໄປໃນຮ້ານ ພ້ອມກັນ ແລະ ສັ່ງຊື້ເຊີ 80 ບາດ ຈ່າຍດ້ວຍເງິນໃບ 50.000 ກີບ. ຈາກນັ້ນ, ຜູ້ຂາຍເຄື່ອງຍ່າງໄປເອົາເງິນທອນຢູ່ໃນຫ້ອງ, ຕົນໄດ້ລັກເອົາໂທລະສັບທີ່ສາກໄວ້ແລ້ວຢ່າງອອກມາ, ທ້າວ ອ້າຍ ໄດ້ຍ່າງນໍາຜູ້ຍິງເຂົ້າໄປໃນຫ້ອງສວຍໂອກາດດຶງເອົາກະເປົາເງິນ ແລ້ວພາກັນຫຼົບໝີ, ພາຍຫຼັງກັບມາຮອດເຮືອນກວດເບິ່ງກະເປົາ ມີເງິນ 1.200.000 ກີບ ແບ່ງກັນຄົນລະເຄິ່ງ ສ່ວນໂທລະສັບຜູ້ກ່ຽວແມ່ນເອົາໄປປົດລ໋ອກຢູ່ຮ້ານ.

ນອກນັ້ນ, ໃນຄັ້ງວັນທີ 7 ກໍລະກົດ 2020, ໄດ້ຊັກຊວນກັນໄປຊອກຊິງຊັບ, ລັກຊັບຢູ່ຕາມບັນດາຮ້ານອາຫານ, ຂີ່ລົດເລາະໄປຕາມເສັ້ນທາງ ຮອດເວລາປະມານ 19:00 ໂມງ ໄດ້ລ້ຽວລົດເຂົ້າໄປຈອດຢູ່ຕໍ່ໜ້າຮ້ານງົວປິ່ນໂຊກໄຊ ຕົນແມ່ນໄດ້ຕິດລົດຈັກຖ້າຢູ່ໜ້າຮ້ານ ທ້າວ ອ້າຍ ຍ່າງເຂົ້າໄປໃນຮ້ານທໍາທ່າສັ່ງງົວປິ່ນແລ້ວໄດ້ເຫັນກະເປົາເງິນວາງໄວ້ຢູ່ຕັ່ງຂອງຜູ້ຍິງທີ່ນັ່ງກິນເບຍພາຍໃນຮ້ານຢູ່ໃກ້ທາງຂຶ້ນ, ທ້າວ ອ້າຍ ຢ່າງເຂົ້າໄປຈັບເອົາກະເປົາ ແລ້ວແລ່ນອອກໄປຂີ່ລົດຜູ້ກ່ຽວຫຼົບໜີ. ຈາກນັ້ນ, ເອົາກະເປົາມາເປີດເບິ່ງມີເງິນຢູ່ 1.500 ບາດ, 300.000 ກີບ ແລ້ວມາເເບ່ງກັນ.