ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດລັດຖະມົນຕີ ກະຊວງ ປກສ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໃນວັນທີ 21 ກໍລະກົດ 2020, ມີຕ່າງໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະ ຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກອງບັນຊາການ ປກສ ເມືອງ, ພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ພັອ ກາຍຍະສອນ ສິງວິໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ວ່າ:

ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງ ປກສ ແລະ ຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆບໍ່ແກ້ວ ໃນການຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຢູ່ແຂວງບໍ່ແກ້ວ ກໍຄື ແຜນແມ່ນບົດກໍານົດ 8 ແຜນວຽກ ໃນການລົງກໍ່ສ້າງຮາກຖານແກ້ໄຂປະກົດການຫຍໍ້ທໍ້ ຈໍານວນ 39 ບ້ານ ທົ່ວແຂວງບໍ່ແກ້ວ.

ພະນັກງານກໍ່ສ້າງຮາກຖານ ມີຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຂອງການນໍາແຕ່ລະຂັ້ນ ແລະ ອໍານາດການປົກຄອງບ້ານ ກໍຄື ຄວາມຮ່ວມໄມ້ຮ່ວມມືຂອງພໍ່-ແມ່ປະຊາຊົນບັນດາເຜົ່າ, ສາມາດດໍາເນີນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ສະພາບອໍານາດການປົກຄອງ ແລະ ພໍ່-ແມ່ປະຊາຊົນສ່ວນຫຼາຍ ແມ່ນຕັ້ງໜ້າປະກອບສ່ວນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກວາງອອກ, ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງຢ່າງມີຄວາມຮັບຜິດຊອບສູງ ແລະ ຄະນະຮັບຜິດຊອບເສນາແຕ່ລະເມືອງ, ພະນັກງານຮາກຖານແຕ່ລະບ້ານ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ໜ່ວຍພັກ, ອໍານາດການປົກຄອງບ້ານ ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກ, ຊຸກຍູ້ບັນດາໜ່ວຍງານຕ່າງໆຂອງບ້ານ ເຄື່ອນໄຫວຕາມພາລະບົດບາດໃຫ້ເປັນປົກກະຕິ ເພື່ອຖືກຕ້ອງສອດຄ່ອງກັບສະພາບຕົວຈິງ.

ໂດຍພື້ນຖານແລ້ວ ບ້ານໃນຂອບເຂດຄວາມຮັບຜິດຊອບທີ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ເຫັນວ່າ: ມີຄວາມສະຫງົບດີ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແຕ່ຍັງມີປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນແມ່ນ ການມົ້ວສຸມຄ້າ-ຂາຍຢາເສບຕິດ, ເສບຢາເສບຕິດ, ລັກຊັບພົນລະເມືອງ, ຈັບຕົວປະກັນ, ຄ້າ-ຂາຍເຖື່ອນ, ຄ້າມະນຸດ-ໂສເພນີ, ອຸບັດຕິເຫດ, ການເຄື່ອນໄຫວສາສະໜາ, ແຕ່ງງານກັບຄົນຕ່າງປະເທດທີ່ບໍ່ຖືກຕ້ອງ, ລັກເຂົ້າເມືອງຂອງກຸ່ມຄົນຈີນ, ການປະກອບອາຊີບຂອງຊາວຕ່າງປະເທດທີ່ບໍ່ຖືກຕ້ອງ, ການໂຈລະກໍາທາງດ້ານອິນເຕີເນັດ ແລະ ການເຄື່ອນຍ້າຍຕັ້ງພູມລໍາເນົາຂອງພົນລະເມືອງ ໂດຍບໍ່ຖືກຕ້ອງ, ການຜະລິດ ແລະ ຄອບຄອງອາວຸດເສິກ, ອາວຸດລ່າເນື້ອໂດຍບໍ່ຖືກຕາມລະບຽບກົດໝາຍ.

ຈາກນັ້ນ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນການປະຕິບັດໜ້າວຽກງານໄລຍະຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ ກອງບັນຊາການ ປກສ ແຂວງ, ປກສ ເມືອງ, ຫົວໜ້າກອງກໍ່ສ້າງຮາກຖານ ຕ້ອງເອົາໃຈໃສ່ເຮັດ
ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ, ພະນັກງານກໍ່ສ້າງຮາກຖານ ຕ້ອງໄດ້ເອົາໃຈໃສ່ໃກ້ຊິດຕິດແທດກັບປະຊາຊົນ ແລະ ອໍານາດການປົກຄອງບ້ານ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ເກັບກຳການເຄື່ອນໄຫວຂອງຄົນຕ່າງປະເທດ ທີ່ມາຄ້າຂາຍແບບບໍ່ຖືກຕ້ອງ ແລະ ເອົາໃຈໃສ່ກວດກາ, ຄຸ້ມຄອງການເໜັງຕີງຂອງພົນລະເມືອງລາວ, ປັບປຸງ ປກສ ບ້ານ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ນໍາພາບ້ານເຮັດບົດບັນທຶກວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອົາໃຈໃສ່ປະສານສົມທົບຂະແໜງການທີ່ກ່ຽວຂ້ອງ ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້, ຕ້ານ ແລະ ສະກັດກັ້ນການຊື້-ຂາຍ, ຂົນສົ່ງຢາເສບຕິດ, ເສບຢາເສບຕິດ, ອັດປ່ອງຂ້າມລອຍຢາເສບຕິດລຽບຊາຍແດນ ແລະ ບັນຫາອື່ນໆ.