ທ່ານ ກິດຕິພູມ ພູວັນໂນ ເຈົ້າຂອງໂຮງງານນໍ້າດື່ມ ເຄທີພີ ຈຳປາລາວ ສ່ວນບຸກຄົນ ໄດ້ນຳເຄື່ອງບໍລິໂພກມາມອບໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃນວັນທີ 13 ກຸມພາ 2018, ກ່າວຮັບໂດຍ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509), ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ທ່ານ ກິດຕິພູມ ພູວັນໂນ ກ່າວວ່າ: ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານກໍ່ສ້າງຮາກຖານ ໂດຍສະເພາະແມ່ນຊຸກຍູ້ໃຫ້ກຳລັງ ປກສ ທີ່ເຮັດໜ້າທີ່ປ້ອງກັນຄວາມສະຫງົບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເພື່ອຕອບສະໜອງທາງດ້ານສະບຽງອາຫານໃຫ້ພຽງພໍ, ມີຄວາມສະດວກສະບາຍຕໍ່ການປະຕິບັດໜ້າທີ່ ແລະ ມີປະສິດທິພາບສູງ; ເຊິ່ງເຄື່ອງປະກອບມີມີ່ໄວໆ ຈຳນວນ 35 ແກັດໃຫຍ່ ແລະ ກາເຟ 100 ກວ່າຖົງ ລວມມູນຄ່າ 10 ລ້ານກວ່າກີບ.

ໂອກາດດຽວກັນ, ພົຈວ ຄໍາສາຍ ຈັນທະວົງ ໄດ້ມອບໃບຊົມເຊີຍ ພ້ອມທັງສະແດງຄວາມຂອບໃຈຕໍ່ ທ່ານ ກິດຕິພູມ ພູວັນໂນ ທີ່ເຫັນເຖິງຄວາມສຳຄັນຂອງການຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຈຸດປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງເຄື່ອງຈຳນວນດັ່ງກ່າວແມ່ນຈະນຳໄປແຈກຢາຍ ແລະ ມອບໃຫ້ບັນດາກຳລັງ ປກສ ທີ່ເຮັດໜ້າທີ່ປ້ອງກັນຄວາມສະຫງົບຕາມຈຸດປ້ອງກັນຕ່າງໆໃຫ້ທົ່ວເຖິ່ງ ເພື່ອສ້າງຂວັນກຳລັງໃຈໃຫ້ກຳລັງ ປກສ ທີ່ເຮັດໜ້າທີ່ປ້ອງກັນມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້.