ກະປິ ເປັນວັດຖຸດິບຄູ່ຄົວທີ່ຂາດບໍ່ໄດ້ ເພາະວ່ານອກຈາກຈະນໍາມາເຮັດແຈ່ວ ຫຼື ເປັນສ່ວນປະສົ້ມຂອງເຄື່ອງແກງແລ້ວ ຍັງສາມາດນໍາມາເຮັດອາຫານໄດ້ຫຼາຍຢ່າງຕື່ມອີກ, ເຊິ່ງວ່າກະປິນັ້ນຈະໄດ້ຮັບຄວາມນິຍົມຢ່າງຫຼາຍໃນປະເທດເຂດອາຊີຕາເວັນອອກສຽງໃຕ້ ເພາະວ່າຈັດເປັນວັດຖຸດິບດີມີປະໂຫຍດ ແລະ ເຕັມໄປດ້ວຍສານອາຫານຕ່າງໆ ເປັນຕົ້ນ ໂປຣຕິນ, ໄຂມັນ, ຄາໂບໄຮເດຣດ, ເສັ້ນໄຍອາຫານ, ແຄວຊຽມ, ຟອສຟໍຣັສ, ເຫຼັກ, ວິຕາມິນເອ, ໄຮໂບຟລາລິນ, ໄນອານິນ ແລະ ນີ້ຄື 9 ປະໂຫຍດຂອງກະປິ.

1. ບໍາລຸງກະດູກ: ກະປິ 100 ກຼາມ ຈະໃຫ້ແຄວຊຽມສູງເຖິງ 1,554 mg, ຖ້າເບື່ອດື່ມນົມງົວໃຫ້ປ່ຽນມາຮັບປະທານກະປິຢູ່ກັບອາຫານອື່ນໆເປັນປະຈຳ ເພາະມັນຈະໃຫ້ແຄວຊຽມຫຼາຍກວ່ານົມງົວ.

2. ຊ່ວຍຫຼຸດອາການເລືອດຈາງ: ກະປິ ມີວິຕາມິນບີ 12 ເຊິ່ງເປັນວິຕາມິນທີ່ຮ່າງກາຍຂອງຄົນເຮົາຕ້ອງການ ແລະ ວິຕາມິນຊະນິດນີ້ດີຕໍ່ເລືອດຫຼາຍ.

3. ປ້ອງກັນແຂ້ວຜ່ອຍ: ຈາກການວິໄຈຂອງມະຫາວິທະຍາໄລແຫ່ງໜຶ່ງຂອງປະເທດໄທ ພົບວ່າ ກິນກະປິ ທີ່ຜ່ານຄວາມຮ້ອນເປັນປະຈຳຈະຊ່ວຍເຮັດໃຫ້ແຂ້ວແຂງແຮງ, ບໍ່ຜ່ອຍ.

4. ເຕັມໄປດ້ວຍນໍ້າມັນໂອເມກ້າ 3: ເຊິ່ງເປັນຊະນິດດຽວທີ່ພົບໄດ້ໃນປານໍ້າເລິກ ຍິ່ງເປັນປາໂຕແມ່ຍິ່ງມີນໍ້າມັນຊະນິດນີ້ດີ ແລະ ດູດຊຶມໄດ້ດີ.

5. ເສີມພູມຕ້ານທານໃຫ້ກັບຮ່າງກາຍ: ເຮັດໃຫ້ຮ່າງກາຍແຂງແຮງ ເພາະມີຈຸລິນຊີຊະນິດດີຫຼາຍຊະນິດ.

6. ປ້ອງກັນ ແລະ ບໍາລຸງສາຍຕາ: ເພາະວ່າກະປິ ມີແອນຕີ້ອອກຊີແດນທີ່ສໍາຄັນຄື ແອສຕາແຊນທິນ ກິນແລ້ວຊ່ວຍຜ່ອນຄາຍຄວາມເມື່ອຍໃນດວງຕາ.

7. ຊ່ວຍເຮັດໃຫ້ອາລົມດີບໍ່ຊຶມເສົ້າ: ກະປິ ແມ່ນແຫຼ່ງວິຕາມິນດີ ນອກຈາກຈະຊ່ວຍບຳລຸງກະດູກແລ້ວ ຍັງຊ່ວຍເຮັດໃຫ້ຜ່ອນຄາຍຄວາມກັງວົນໃຈ ຖ້າຄົນເຮົາໄດ້ຮັບວິຕາມິນດີໜ້ອຍ ຈະເຮັດໃຫ້ເກີດອາລົມຊຶມເສົ້າໄດ້.
8. ຊ່ວຍໃຫ້ເລືອດໝູນວຽນດີ: ປ້ອງກັນການເກີດເສັ້ນເລືອດອຸດຕັນຕາມສະໝອງ ແລະ ຫົວໃຈ.

9. ບໍາລຸງສະໝອງ: ກະປິ ເຕັມໄປດ້ວຍໄຂມັນ ນັ້ນກໍຄືໂອເມກ້າ 3 ເຮັດໃຫ້ສະໝອງມີການຕື່ນຕົວ ແລະ ຊ່ວຍບໍາລຸງສ່ວນປະສາດທີ່ມີຊັ້ນໄຂມັນເຄືອບຢູ່.

ເຖິງແມ່ນວ່າກະປິ ຈະນໍາມາປຸງອາຫານໄດ້ຫຼາຍຢ່າງ ແຕ່ມັນບໍ່ໝາຍຄວາມວ່າຈະບໍ່ມີໂທດ. ດັ່ງນັ້ນ, ຄວນຄໍານຶງເຖິງຄວາມສະອາດຂອງວັດຖຸດິບ ເພາະວ່າຖ້າມີສິ່ງປະສົມມາບໍ່ສະອາດ ມັນອາດຈະເຮັດໃຫ້ເຮົາຖອກທ້ອງໄດ້. ນອກຈາກນີ້, ກະປິຍັງມີໂຊດຽມສູງ ທ່ານໃດທີ່ເປັນຄວາມດັນເລືອດສູງ ຫຼື ພະຍາດໝາກໄຂ່ຫຼັງ ຄວນລະວັງໃນການຮັບປະທານ.