ໃນວັນທີ 5 ສິງຫາ 2020, ອົງການກວດສອບແຫ່ງລັດ ໄດ້ຈັດພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 22 ປີ (5 ສິງຫາ 1998 – 5 ສິງຫາ 2020) ໂດຍການເປັນປະທານຂອງ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ມີທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຮອງປະທານອົງການກວດສອບແຫ່ງລັດ, ຄະນະປະທານອົງການກວດສອບປະຈໍາ 3 ພາກ, ຄະນະນໍາຫ້ອງການ, ບັນດາກົມ, ສະຖາບັນຝຶກອົບຮົມ, ພະນັກງານ-ລັດຖະກອນ ພາຍໃນ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ໃນພິທີດັ່ງກ່າວໄດ້ຮັບຟັງບົດປາໄສ ວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 22 ປີ ຂອງທ່ານ ປອ ນາງ ວຽງທອງ ສີພັນດອນ ເຊິ່ງໄດ້ຍົກໃຫ້ເຫັນໝາກຜົນທີ່ອົງການກວດສອບແຫ່ງລັດຍາດມາໄດ້ໃນຫຼາຍດ້ານເປັນແຕ່ລະໄລຍະເປັນຕົ້ນແມ່ນ: ໄລຍະປີ 1998-2007 ການພັດທະນາກົງຈັກການຈັດຕັ້ງໄດ້ດໍາເນີນຕາມທິດເລີ່ມ ຈາກນ້ອຍ ຫາ ໃຫຍ່, ມີຄວາມກະທັດຮັດ ເຫັນໄດ້ວ່າກົງຈັກການຈັດຕັ້ງໃນເວລານັ້ນປະກອບມີ 1 ຫ້ອງການ, 2 ກົມວິຊາສະເພາະ ມີພະນັກງານ-ລັດຖະກອນທັງໝົດ 30 ທ່ານ, ການເຄື່ອນໄຫວວຽກງານແມ່ນໄດ້ສຸມໃສ່ການຝຶກອົບຮົມ ແລະ ຍົກລະດັບວິຊາສະເພາະເປັນຕົ້ນຕໍຍ້ອນເປັນໄລຍະບຸກເບີກ, ບົດຮຽນການກວດສອບຍັງຈໍາກັດ; ໄລຍະປີ 2007-2012 ໄດ້ປ່ຽນຊື່ຈາກອົງການກວດສອບບັນຊີ ແຫ່ງລັດ ມາເປັນ ອົງການກວດສອບແຫ່ງລັດ ແລະ ໄດ້ເຄື່ອນໄຫວຕາມກົດໝາຍວ່າ ດ້ວຍການກວດສອບແຫ່ງລັດ (ສະບັບປັບປຸງ 2012), ໄດ້ສ້າງຕັ້ງເພີ່ມອົງການກວດສອບປະຈຳພາກກາງ, 4 ກົມ ແລະ ສູນຝຶກອົບຮົມ, ໄດ້ແຍກກົມກວດສອບທະນາຄານ ແລະ ວິສາຫະກິດ ອອກເປັນ 2 ກົມ.

ນັບແຕ່ 2015 ເຖິງປັດຈຸບັນ ວຽກງານອົງການກວດສອບແຫ່ງລັດ ໄດ້ມີການພັດທະນາຢ່າງຮອບດ້ານເຊັ່ນ: ທາງດ້ານກົງຈັກການຈັດຕັ້ງ, ດ້ານບຸກຄະລາກອນ ແລະ ວຽກງານວິຊາສະເພາະ; ໄດ້ສ້າງຕັ້ງເພີ່ມ 2 ກົມຄື: ກົມກວດກາ ແລະ ກົມຮັບປະກັນຄຸນນະພາບ ຜົນການກວດສອບເຮັດໃຫ້ກົງຈັກການຈັດຕັ້ງຂອງອົງການມີ ຄວາມຄົບຖ້ວນສົມບູນ, ພ້ອມດຽວກັນນັ້ນ, ກໍໄດ້ສ້າງ ແລະ ປັບປຸງນິຕິກໍາ ເພື່ອເປັນເຄື່ອງມີື ຮັບໃຊ້ວຽກງານກວດສອບແຫ່ງລັດ ໃຫ້ມີຄວາມຖືກຕ້ອງ, ມີຫຼັກການ ແລະ ລະບຽບການ, ສ້າງອົງການທີ່ປົກຄອງດ້ວຍລະບຽບກົດໝາຍ; ສໍາລັບວຽກງານວິຊາສະເພາະແມ່ນສາມາດດໍາເນີນການກວດສອບຢ່າງທົ່ວເຖິງບັນດາຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ, ທະນາຄານລັດ, ວິສາຫະກິດລັດ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ.

ສະແດງອອກໃນຜົນງານທີ່ພົ້ນເດັ່ນທາງດ້ານວຽກງານ ວິຊາສະເພາະຂອງອົງການກວດສອບແຫ່ງລັດ ສາມາດດໍາເນີນການກວດສອບໄດ້ທັງໝົດ 810 ເທື່ອ; ໃນນັ້ນ ກວດສອບຢູ່ບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ 492 ເທື່ອ, ກວດສອບທະນາຄານ 36 ເທື່ອ; ກວດສອບວິສາຫະກິດ 106 ເທື່ອ ແລະ ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ 157 ເທື່ອ; ກວດສອບ ເຫັນລາຍຮັບເພີ່ມ ຈໍານວນ 3. 808,38 ຕື້ກີບ, ລາຍຈ່າຍເພີ່ມ ຈໍານວນ 9.990,73 ຕື້ກີບ, ເຊິ່ງພາຍຫຼັງກອງປະຊຸມສະພາແຫ່ງຊາດຮັບຮອງ ກໍໄດ້ມີການດໍາເນີນການກວດສອບເກັບກູ້ຄືນໄດ້ຈໍານວນຫຼວງຫຼາຍສົມຄວນ.