ກອງປະຊຸມວຽກງານການເງິນ ການຄຸ້ມຄອງ ແລະ ຈັດເກັບ ລາຍຮັບວິຊາການຜ່ານປະຕູດຽວຂອງກໍາລັງ ປກສ ໄດ້ໄຂຂຶ້ນໃນວັນທີ 3-4 ສິງຫາ 2020, ໂດຍມີ ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ, ມີຕາງໜ້າຈາກກົມກອງອ້ອມຂ້າງ, ວິທະຍາຄານ, ກອງບັນຊາການ ປກສ ແຂວງນະຄອນຫຼວງ ເຂົ້າຮ່ວມ.

ພັອ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ຫົວໜ້າກົມການເງິນ ໄດ້ຕີລາຄາຄືນການຄຸ້ມຄອງຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍວິຊາການຜ່ານປະຕູດຽວຂອງກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະ 5 ປີ (2016-2020 ) ແລະ ທິດທາງຈຸດສຸມໃນຕໍ່ໜ້າເປັນຕົ້ນແມ່ນ: ພື້ນຖານການຈັດເກັບຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012,ໃນໄລຍະຜ່ານມາໄດ້ຈັດພິມໃບບິນເກັບເງິນ ຄ່າບໍລິການຕ່າງໆຂອງກະຊວງປ້ອງກັນຄວາມສະຫງົບ. ໃຫ້ບັນດາກົມກອງອ້ອມຂ້າງກະຊວງ ແລະ ບັນດາກອງບັນຊາການປ້ອງກັນຄວາມສະຫົງບຂັ້ນແຂວງ-ນະຄອນຫຼວງວຽງຈັນນໍາໃຊ້ຈຶ່ງເຮັດໃຫ້ການຈັດເກັບລາຍຮັບບັນລຸໄດ້ຕາມແຜນປີ. ລາຍຮັບທີ່ໄດ້ຈັດຕັ້ງປະຕິບັດຈັດເກັບໃນໄລຍະຜ່ານມາແມ່ນເນັ້ນໃສ່ 3 ແຫຼ່ງຄື: ວຽກງານສັນຕິບານ, ວຽກງານພະລາທິການ, ວຽກງານຄຸ້ມຄອງສໍາມະໂນຄົວ.

ຜ່ານການຈັດຕັ້ງປະຕິບັດສະແດງອອກການຈັດເກັບລາຍຮັບປີ 2019 ເຫັນວ່າສາມາດປະຕິບັດໄດ້ເກີນແຜນຄື: ແຜນສະເໜີ ຈໍານວນ 35 ຕື້ກວ່າກີບ, ຈັດເກັບຕົວຈິງໄດ້ 40 ຕື້ກວ່າກີບ, ຕົວເລກເກີນແຜນ ປີ 2019 ກົມການເງິນກົມໃຫຍ່ພະລາ ປກສ ໄດ້ສະເໜີຕໍ່ກະຊວງການເງິນ ເພື່ອມອບເງິນເຂົ້າງົບປະມານ 40% ແລະ 60% ແມ່ນມອບໃຫ້ກົມກອງທີ່ປະຕິບັດເກີນແຜນໄດ້ນໍາໃຊ້.ສຳລັບທິດທາງຈຸດສຸມໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ຄຸ້ມຄອງການຈັດເກັບລາຍຮັບ-ລາຍຈ່າຍ ຜ່ານປະຕູດຽວໃຫ້ຮັດກຸມ ແລະ ມີຜົນສໍາເລັດຕາມແຜນທີ່ໄດ້ກໍານົດໄວ້. ຈາກນັ້ນກອງປະຊຸມໄດ້ຜັດປ່ຽນກັນປະກອບຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດການຈັດເກັບລາຍຮັບຂອງກົມກອງຕົນຕໍ່ກອງປະຊຸມ.ພົຈວ ໜູດີ ມີໄຊຍະລາດ ໄດ້ເນັ້ນໃຫ້ບັນດາກົມກອງອ້ອມຂ້າງກະຊວງ ແລະ ບັນດາ ປກສ ແຂວງນະຄອນຫຼວງ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ມີການຮັດກຸມ ແລະ ລະອຽດຂຶ້ນຕື່ມ.