ສູນໂພຊະນາການ ກະຊວງສາທາລະນະສຸກ ໄດ້ຈັດພິທີສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່ ພາຍໃຕ້ຄຳຂວັນ “ ສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ເພື່ອສຸຂະພາບທີ່ດີໃນໂລກ” ທີ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ບ້ານຊຽງດາ), ໃນວັນທີ 5 ສິງຫາ 2020, ເຂົ້າຮ່ວມໂດຍທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາຄະນະກົມ, ຄະນະບໍດີມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ອຳນວຍການໂຮງໝໍສູນກາງ ອ້ອມຂ້າງກະຊວງສາທາລະນະສຸກ, ນັກສຶກສາ ແລະ ອົງການສາກົນຕ່າງໆ ເຂົ້າຮ່ວມ.

ທ່ານ ຮສ ດຣ ພູທອນ ເມືອງປາກ ກ່າວວ່າ: ການລ້ຽງລູກດ້ວຍນ້ຳນົມແມ່ ຍັງຄົງເປັນມາດຕະການໂພຊະນາການທີ່ເປັນບຸລິມະສິດທີ່ໜຶ່ງ ເພາະເປັນປະໂຫຍດ ແລະ ມີປະສິດທິຜົນທີ່ສຸດ, ການລ້ຽງລູກດ້ວຍນ້ໍານົມແມ່ຊ່ວຍປະຢັດເສດຖະກິດຂອງຄອບຄົວ ແລະ ເສດຖະກິດຂອງຊາດ ເພາະນ້ໍານົມແມ່ແມ່ນຖືກຜະລິດຕາມທໍາມະຊາດໂດຍແມ່ເອງ, ນໍ້ານົມແມ່ ມີສານອາຫານຄົບຖ້ວນສົມສ່ວນ ແລະ ພຽງພໍສຳລັບເດັກແຕ່ມື້ເກີດຈົນຮອດອາຍຸ 6 ເດືອນ, ສະນັ້ນ ການປະຕິບັດ 3 ດູດ (ດູດໄວທັນທີຫຼັງເກີດ, ດູດເລື້ອຍໆ ແລະ ດູດຖືກວິທິ ) ຈະຊ່ວຍປ້ອງກັນການຂາດສານອາຫານໃນເດັກໄດ້; ສໍາຄັນຍິ່ງກວ່ານັ້ນ ແມ່ນໃນນໍ້ານົມແມ່ມີພູມຄຸ້ມກັນພະຍາດປ້ອງກັນເດັກຈາກພະຍາດຊຶມເຊື້ອພະຍາດ ຕ່າງໆ ແລະ ຫຼຸດຜ່ອນການເຈັບປ່ວຍ ແລະ ການເສຍຊີວິດຂອງເດັກ, ຍິ່ງລູກໄດ້ກິນນ້ໍານົມແມ່ດົນເທົ່າໃດກໍຍິ່ງໄດ້ຮັບພູມຕ້ານທານພະຍາດດົນເທົ່ານັ້ນ; ການລ້ຽງລູກດ້ວຍນ້ຳນົມແມ່ຍັງຊ່ວຍຮັກສາສະພາບແວດລ້ອມຂອງໂລກ ບໍ່ມີເສດຂີ້ເຫຍື້ອ ບໍ່ເພີ່ມອຸນຫະພູມໃຫ້ໂລກຮ້ອນຂຶ້ນ ເພາະການຜະລິດນ້ຳນົມແມ່ບໍ່ໄດ້ໃຊ້ພະລັງງານໄຟຟ້າຄືໂຮງຈັກໂຮງງານ.

ສຳລັບການປຸກລະດົມສ້າງຂະບວນການສະເຫຼີມສະຫຼອງສັບປະດາສາກົນ ການລ້ຽງລູກດ້ວຍນ້ຳນົມແມ່ປີ 2020 ແມ່ນສຸມໃສ່ຜົນກະທົບຂອງການລ້ຽງດູເດັກອ່ອນ ກ່ຽວກັບສະພາບແວດລ້ອມການປ່ຽນແປງດິນຟ້າອາກາດ ແລະ ຄວາມຈໍາເປັນໃນການປົກປ້ອງສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນ້ຳນົມແມ່ ເພື່ອສຸຂະພາບທີ່ດີຂອງໂລກ ແລະ ປະຊາກອນໃນໂລກ. ຫົວຂໍ້ ແລະ ຄໍາຂວັນປີນີ້ ແມ່ນສອດຄ່ອງກັບການສ້າງຂະບວນການຂອງເປົ້າໝາຍການພັດທະນາແບບຍືນຍົງ (SDD) ປີ 2030 ເຊິ່ງໄດ້ເນັ້ນໜັກຄວາມເຊື່ອມໂຍງຂະບວນການຂອງເປົ້າໝາຍການພັດທະນາແບບຍືນຍົງລະຫວ່າງ ການລ້ຽງລູກດ້ວຍນ້ຳນົມແມ່ ແລະ ສະພາບແວດລ້ອມການປ່ຽນແປງດິນຟ້າອາກາດເຊິ່ງມີຄຳຂັວນວ່າ “ ຮັກລູກ ຮັກຫຼານ ຮັກເຮົາເອງ ຮັກຊາດ ຮັກໂລກ ຕ້ອງລ້ຽງລູກດ້ວຍນ້ຳນົມແມ່ ”.