ມື້ວານນີ້, ສະຫະພັນກໍາມະບານ ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 62 ປີ ( 1 ກຸມພາ 1956-1 ກຸມພາ 2018 ) ໂດຍການເຂົ້າຮ່ວມຂອງທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ, ຄະນະພັກ-ຄະນະນໍາ, ແຂກຮັບເຊີນ, ຄະນະສະຫະພັນກໍາມະບານ ແລະ ສະມາຊິກກໍາມະບານທົ່ວສານປະຊາຊົນສູງສຸດ.

ທ່ານ ນາງ ຈົງຈິດ ວົງສາ ຫົວໜ້າກົມໂຄສະນາອົບຮົມສູນກາງສະຫະພັນກໍາມະບານລາວ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການຕໍ່ສູ້ພາຍໃຕ້ຄັນທຸງເອກະລາດ ແລະ ປະຊາທິປະໄຕຂອງພັກ, ຂອງຊາດອົງການກຳມະບານລາວ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງປັບປຸງບູລະນະການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍສະເພາະປີ 1966-1971 ສູນກາງພັກ ໄດ້ຕົກລົງປັບປຸງການຈັດຕັ້ງກຳມະບານຢ່າງເປັນທາງການ ໂດຍມອບຄວາມຮັບຜິດຊອບໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ ເພື່ອສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນ, ປະກອບສ່ວນໃນພາລະກິດຕໍ່ສູ້ປະຕິວັດ ເພື່ອກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂ ເພື່ອປົດປ່ອຍປະເທດຊາດຢ່າງສົມບູນຢູ່ເຂດປົດປ່ອຍ ໂດຍຖືເອົາວຽກງານໂຄສະນາ, ການປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະເປັນເນື້ອໃນໃຈກາງ ຂອງການເຄື່ອນໄຫວ, ສ້າງຂະບວນການຕ່າງໆ, ທຸກສິ່ງທຸກຢ່າງເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງ, ສຶກສາອົບຮົມມະຫາຊົນເຮັດຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ ແລະ ອື່ນໆ ຢຶດໝັ້ນແນວທາງນະໂຍບາຍຂອງພັກສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ.

ໃນພິທີ, ທ່ານ ຄູນ ຜາສຸກ ປະທານສະຫະພັນກໍາມະບານສານປະຊາຊົນສູງສຸດ ໄດ້ຂຶ້ນລາຍງານຜົນງານການຈັດຕັ້ງປະຕິບັດມະຕິ ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຄັ້ງທີ 2 ສະໄໝ ທີ VII ໃນປີຜ່ານມາ ແລະ ກໍານົດທິດທາງຈຸດສຸມໃນປີ 2018, ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ບົດແນະນໍາການຈັດຕັ້ງຂໍ້ແຂ່ງຂັນ 5 ເປັນເຈົ້າ, ບົດແນະນໍາການຈັດຕັ້ງປະຕິບັດເນື້ອໃນ 5 ເປັນເຈົ້າຂອງສູນກາງສະຫະພັນກໍາມະບານລາວ ແລະ ໃຫ້ແຕ່ລະໜ່ວຍສະຫະພັນກໍາມະບານຂຶ້ນຈັບມືແຂ່ງຂັນ 5 ເປັນເຈົ້າ ພ້ອມທັງຮັບຟັງການໂອ້ລົມຈາກທ່ານປະທານສານປະຊາຊົນສູງສຸດ.