ທ່ານ ປອ. ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ພ້ອມຄະນະ ລົງເຄື່ອນໄຫວເຮັດວຽກຢູ່ເມືອງວາປີ ແຂວງສາລະວັນ, ໃນວັນທີ 12 ກຸມພາ 2018 ໃຫ້ການຕ້ອນຮັບໂດຍທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ມີຄະນະນໍາ ເມືອງ-ພະນັກງານຫຼັກແຫຼ່ງແຕ່ລະຂະແໜງການຂອງເມືອງ, ທະຫານ-ຕໍາຫຼວດໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດນີ້, ທ່ານ ລັງສີ ຈັນທະມາລີ ເຈົ້າເມືອງໆວາປີ ໄດ້ລາຍງານສະພາບລວມໂດຍຫຍໍ້ປະຊາຊົນສ່ວນຫຼາຍແມ່ນຖືອາຊີບການຜະລິດກະສິກໍາ ( ປູກເຂົ້າ, ພືດ ແລະ ລ້ຽງສັດ) ເປັນຕົ້ນຕໍ, ມີເນື້ອທີ່ນາປີ 13.354 ເຮັກຕາ, ເນື້ອທີ່ນາແຊງ 3.270 ເຮັກຕາ. ທົ່ວເມືອງມີຄວາມສະຫງົບ ໂດຍພື້ນຖານດ້ານເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 7-8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 393 ຕື້ກີບ ສະເລ່ຍໃສ່ຫົວຄົນ 9.898.368 ກີບ ຫຼື ເທົ່າກັບ 1.192 ໂດລາ ຕໍ່ຄົນຕໍ່ປີ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ ສາມາດລົບລ້າງບ້ານທຸກຍາກໄດ້ດີ ປັດຈຸບັນຍັງມີຄອບຄົວທຸກຍາກຢູ່ 24 ຄອບຄົວ ເທົ່າກັບ 0,31% ຂອງຄອບຄົວທັງໝົດ. ນອກຈາກນີ້, ຄະນະພັກຍາມໃດກໍເອົາໃຈໃສ່ຕໍ່ວຽກງານຕິດຕາມກວດກາຊຸກຍູ້ການເກັບລາຍຮັບເຂົ້າງົບປະມານຂອງເມືອງ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ທ່ວງທັນເວລາ. ພ້ອມນີ້, ວຽກງານ 3 ສ້າງກຸ່ມພັດທະນາທີ 3 ໄດ້ລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໄດ້ປະຕິບັດຕາມທິດຊີ້ນໍາ ກໍຄື ແນວທາງນະໂຍບາຍການເມືອງຂອງພັກ ຍົກສູງວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ເຊິ່ງໄດ້ເນັ້ນໃສ່ປັບປຸງການຈັດຕັ້ງຂັ້ນຮາກຖານ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ສົ່ງເສີມການຜະລິດເປັນສິນຄ້າຢ່າງເປັນຂະບວນການ.


ໂອກາດນີ້, ທ່ານ ປອ. ບຸນທອງ ຈິດມະນີ ເນັ້ນໃຫ້ການນຳເມືອງເອົາໃຈໃສ່ເຂດຊົນນະບົດ ຫ່າງໄກສອກຫຼີກ, ສຸມໃສ່ບັນດາຄອບຄົວທີ່ຍັງທຸກຍາກ, ບ້ານ ແລະ ຄອບຄົວທີ່ບໍ່ທັນມີການຈັດສັນ, ບໍ່ທັນມີອາຊີບຄົງທີ່ຖາວອນ, ການພັດທະນາເສດຖະກິດ-ສັງຄົມ ແມ່ນອີງໃສ່ທ່າແຮງທີ່ບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ; ເອົາໃຈໃສ່ຄຸ້ມຄອງງົບປະມານຕິດຕາມ-ກວດກາຊຸກຍູ້ການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍທີ່ວາງໄວ້, ສືບຕໍ່ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃຫ້ເກີດຜົນເປັນ ຈິງ ເປັນຕົ້ນການສ້າງບ້ານພັດທະນາ ຕິດພັນກັບການແກ້ໄຂບ້ານທຸກຍາກຂອງປະຊາຊົນບັນດາເຜົ່າ, ພ້ອມກັນເບິ່ງຄືນ ແລະ ການແບ່ງສິດ, ແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການຂອງເມືອງກັບ ບ້ານໃຫ້ຈະແຈ້ງຂາດຕົວຕື່ມ; ເອົາໃຈໃສ່ເພີ່ມທະວີວຽກງານຕິດຕາມ-ກວດກາພັກ, ກວດກາຄຸ້ມຄອງບໍລິຫານລັດ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ເຂັ້ມງວດ, ພ້ອມກັນຈັດຕັ້ງປະຕິບັດ ບັນດາມະຕິ, ຄໍາສັ່ງຕ່າງໆຂອງພັກ ແລະ ນິຕິກໍາອື່ນໆ ທີ່ຕິດພັນກັບວຽກງານຕິດຕາມ-ກວດກາໃຫ້ເລິກ ເຊິ່ງ; ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ທົ່ວເຖິງ, ສຸມໃສ່ແກ້ໄຂສະພາບຫຍໍ້ທໍ້ຕ່າງໆໃນສັງຄົມ, ເປັນຕົ້ນບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນໄມ້, ສຶກສາອົບຮົມປະຊາຊົນ ໃຫ້ມີຈິດໃຈຮັກຊາດອັນດູດດື່ມ. ນອກນີ້ໄດ້ມອບຄອມພິວເຕີຕັ້ງໂຕະ 2 ຊຸດ, ປິ່ນເຕີ 2 ຊຸດ, ເຄື່ອງນຸ່ງ-ຜ້າຫົ່ມຈໍານວນໜຶ່ງ ພ້ອມທັງເງິນສົດ ຈໍານວນ 30 ລ້ານກີບ ໃຫ້ເມືອງອີກດ້ວຍ.