ກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາຮ້ານຂາຍສັດ ( ຮ້າຍຂາຍນົກ ) ຢູ່ຖະໜົນຄູວຽງ ເຂດບ້ານສີເມືອງ ເມືອງສີສັດຕະນາກ ຈໍານວນ 4 ຮ້ານ ພົບເຫັນສັດປ່າປະເພດນົກ ທີ່ຫວງຫ້າມ ຈໍານວນ 100 ກວ່າໂຕ ທີ່ວາງຂາຍຢູ່ໜ້າຮ້ານທີ່ບໍ່ມີເອກະສານຢັ້ງຢືນທີ່ມາຂອງສັດຈໍານວນດັ່ງກ່າວ ຈຶ່ງຢຶດໄວ້ເພື່ອດຳເນີນການສອບສວນ.

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 13 ກຸມພາ 2018, ເວລາປະມານ 14:00 ໂມງ ເຈົ້າໜ້າທີ່ກອງກວດກາປ່າໄມ້ ໄດ້ສົມທົບກັບເຈົ້າໜ້າທີ່ປ່າໄມ້ ນະຄອນຫຼວງວຽງຈັນ ລົງກວດກາຮ້ານຂາຍນົກຂອງ ນາງ ວິນະສາ ອາຍຸ 20 ປີ, ທ້າວ ແສງປະຊາ ອາຍຸ 38 ປີ, ນາງ ນິລັນ ອາຍຸ 28 ປີ ແລະ ນາງ ຂັນທະລີ ທັງໝົດຢູ່ບ້ານສີເມືອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພົບເຫັນສັດປ່າຄຸ້ມຄອງ ແລະ ຫວງຫ້າມປະເພດນົກ ເຊັ່ນ: ນົກຫາງຍາວ, ນົກອ້ຽງ, ນົກຫອນ, ນົກແກ້ວສົບແດງ, ອົກອ້ຽງປາກເຫຼືອງ, ນົກເຂົາ ແລະ ນົກຫອນຈຸກ ຈໍານວນ 117 ໂຕ, ຜ່ານການກວດກາ ພົບວ່າ ເຈົ້າຂອງຮ້ານບໍ່ມີເອກະສານຢັ້ງຢືນທີ່ມາ ຈຶ່ງຢຶດສັດຈໍານວນດັ່ງກ່າວ.

ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງຮ້ານກໍລະນີເຮັດຜິດຄັ້ງຕໍ່ໄປ ຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ. ມາໃນວັນທີ 14 ກຸມພາ 2018 ເຈົ້າໜ້າທີ່ກອງກວດກາປ່າໄມ້ ຈຶ່ງໄດ້ມອບສັດຈໍານວນທັງໝົດໃຫ້ສູນຊ່ວຍເຫຼືອສັດປ່າລາວ ( ສວນສັດບ້ານເກີນ ) ນໍາໄປບໍາບັດໃຫ້ແຂງແຮງ ເພື່ອປ່ອຍຄືນສູ່ທໍາມະຊາດ.

ທ່ານຫົວໜ້າກອງປ່າໄມ້ ໃຫ້ຮູ້ຕື່ມວ່າ: ການສະກັດກັ້ນ ແລະ ຕ້ານການຄ້າຂາຍສັດປ່າຢູ່ນະຄອນຫຼວງວຽງຈັນນີ້, ກອງກວດກາປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາຢູ່ຕາມຕະຫຼາດ ແລະ ຈຸດທີ່ເປັນເປົ້າໝາຍອາທິດ ລະ 2 ຄັ້ງ ແລະ ລົງກວດຕາມພົນລະເມືອງດີທີ່ແຈ້ງມາ ສາມາດຢຶດສັດຫວງຫ້າມໄດ້ເປັນຈໍານວນຫຼວງຫຼາຍ ພ້ອມທັງສຶກສາອົບຮົມ ແລະ ດໍາເນີນຄະດີຕໍ່ຜູ້ລະເມີດ. ມາຮອດປັດຈຸບັນ ເຫັນວ່າການຄ້າຂາຍສັດປ່າຢູ່ນະຄອນຫຼວງວຽງຈັນ ຫຼຸດລົງ ພ້ອມນີ້ ຍັງຮຽກຮ້ອງມາຍັງຜູ້ທີ່ຄ້າຂາຍສັດປ່າໃຫ້ຢຸດເຊົາ, ຖ້າມີການຝ່າຝືນຈະຖືກດໍາເນີນຄະດີຢ່າງເຂັ້ມງວດໃນມາດຕາ 52, ວັກ 1,2 ແລະ 3 ຕາມກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ.