ໃນໄລຍະ 6 ເດືອນຕົ້ນປີ 2020, ສະພາບການສັນຈອນພາຍໃນແຂວງວຽງຈັນ ຍັງບໍ່ທັນເປັນລະບຽບຮຽບຮ້ອຍເທົ່າທີ່ຄວນ ເນື່ອງຈາກການລະເມີດກົດລະບຽບຂອງຜູ້ຂັບຂີ່ບວກໃສ່ການປັບປຸງເສັ້ນທາງຄືນໃໝ່.

ພັທ ຈັນທະໜອມ ສີທໍາມະວັນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ມີຫຼາຍປັດໄຈທີ່ເຮັດໃຫ້ສະພາບການສັນຈອນໃນແຂວງວຽງຈັນບໍ່ທັນເຂົ້າສູ່ລະບົບລະບຽບ. ປັດຈຸບັນ, ແຂວງວຽງຈັນພວມໄດ້ຮັບການພັດທະນາດ້ານພື້ນຖານໂຄງລ່າງໂດຍ ສະເພາະແມ່ນການກໍ່ສ້າງສຳນັກງານ, ອົງການ, ຫ້ອງການ, ຖະໜົນຫົນທາງບາງບ່ອນກໍໄດ້ຮັບການກໍ່ສ້າງຂຶ້ນໃໝ່ ແລະ ຂະຫຍາຍອອກຢ່າງ ຫຼວງຫຼາຍ. ບາງສາຍກໍພວມໄດ້ຮັບການສ້ອມແປງຄືນ ເພື່ອເຮັດໃຫ້ການສັນຈອນໄປມາຫາສູ່ກັນໄດ້ຢ່າງສະດວກສະບາຍດີຂຶ້ນກວ່າເກົ່າ. ຄຽງຄູ່ກັນນີ້, ບາງຊ່ວງຂອງເສັ້ນທາງມີດິນເຊາະເຈື່ອນ, ຫີນ, ດິນທັບໜ້າເຮັດໃຫ້ເສັ້ນທາງຕັດຂາດສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນ ຈອນ. ນອກນີ້, ການເພີ່ມຂຶ້ນຂອງພາຫະນະເຮັດໃຫ້ເສັ້ນທາງໃນຕົວເມືອງແອອັດ; ຜູ້ຂັບຂີ່ຈໍານວນໜຶ່ງຍັງບໍ່ທັນເປັນເຈົ້າການໃນການປະຕິບັດຕາມກົດລະບຽບການສັນຈອນວາງອອກ.

ເພື່ອປ້ອງກັນອຸບັດຕິເຫດ ແລະ ຈັດສັນການສັນຈອນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ກໍໄດ້ຈັດ ຕັ້ງປະຕິບັດໂຄສະນາລະບຽບການສັນຈອນ, ກົດໝາຍຕ່າງໆ ເພື່ອໃຫ້ຜູ້ຂັບຂີ່ຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບຫຼາຍຂຶ້ນ, ຈັດກໍາລັງອໍານວຍ ຄວາມສະດວກຕາມສາຍທາງທີ່ພົບຄວາມຫຍຸ້ງຍາກ, ປະຈໍາຈຸດ-ປະຈໍາປ້ອມ ເພື່ອຕິດຕາມການເຄື່ອນໄຫວຂອງພາຫະນະ ແລະ ຜູ້ຂັບຂີ່. ເຖິງຈະມີການຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍ ຄວາມເອົາໃຈໃສ່ກໍຕາມ, ໃນເຄິ່ງປີທີ່ຜ່ານມາ, ແຂວງວຽງຈັນ ກໍຍັງມີອຸບັດຕິເຫດເກີດຂຶ້ນໂດຍບໍ່ເວັ້ນໃນແຕ່ລະວັນ ເຊິ່ງມີທັງໝົດ 260 ຄັ້ງ, ພາຫະນະເປ່ເພ່ 304 ຄັນ, ຄົນໄດ້ຮັບບາດເຈັບ 260 ຄົນ ແລະ ເສຍຊີວິດ 33 ຄົນ, ທຽບໃສ່ປີຜ່ານມາ ຄົນເສຍຊີວິດຫຼຸດລົງ 22 ຄົນ. ສ່ວນສາເຫດເກີດຈາກຜູ້ຂັບຂັບຂີ່ຈຳນວນໜຶ່ງຍັງບໍ່ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ເປັນຕົ້ນແມ່ນການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດໄວ, ບໍ່ໃຫ້ກຽດເຊິ່ງກັນແລະກັນ, ຂັບຂີ່ລົດເປັນພຶງເປັນແພ, ປ່ຽນທິດທາງເດີນ ແລະ ແຊງບໍ່ຮັບປະກັນ ແລະອື່ນໆ.

ໃນ 6 ເດືອນທ້າຍປີ 2020 ນີ້, ພະແນກຕໍາຫຼວດຈະລາຈອນ ປກສ ແຂວງວຽງຈັນ ຈະຕັ້ງໜ້າສຸມໃສ່ເຮັດໜ້າທີ່ແກ້ໄຂບັນຫາການສັນຈອນທີ່ແອອັດໃນໂມງເລັ່ງດ່ວນ, ຕາມສະຖານທີ່ຕ່າງໆພາຍໃນແຂວງເພື່ີອຮັບປະກັນການສັນຈອນໃຫ້ມີຄວາມສະດວກສະບາຍ ແລະ ເປັນລະ ບຽບຮຽບຮ້ອຍໃນທົ່ວສັງຄົມ. ໂດຍຈັດຕັ້ງອ້າຍນ້ອງເຮັດໜ້າທີ່ຢ່າງຕັ້ງໜ້າອໍານວຍຄວາມສະດວກຕາມຈຸດຕ່າງໆໃນຂອບເຂດແຂວງ ແລະ ສະຖານທີ່ເຫັນວ່າມີສະພາບການສັນຈອນໜາແໜ້ນ.

ພ້ອມນັ້ນ, ກໍຍັງສຸມໃສ່ໂຄສະນາກົດລະບຽບການສັນຈອນເປັນຫຼັກ ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈໃນກົດລະບຽບການສັນຈອນ ເພື່ອນໍາໄປ ໝູນໃຊ້ເຂົ້າໃນການສັນຈອນໃຫ້ມີຄວາມປອດໄພ ແລະ ສຸມໃສ່ແກ້ໄຂອຸບັດຕິເຫດໂດຍບັງຄັບໃຊ້ກົດໝາຍລະບຽບການທີ່ວາງອອກ ເພື່ອແນໃສ່ເຮັດໃຫ້ສະພາບການສັນຈອນພາຍໃນແຂວງຄ່ອງຕົວ ແລະ ບັນຫາອຸບັດຕິເຫດຫຼຸດລົງເທື່ອລະກ້າວ.