ປີ 2017 ຜ່ານມາ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ( ລລທ ) ສາມາດສ້າງລາຍຮັບໄດ້ທັງໝົດ 1.843,5 ຕື້ກີບ ເຊິ່ງເພີ່ມຂຶ້ນຈາກປີ 2016 ເທົ່າກັບ 1,8%; ໃນນັ້ນ ມີກໍາໄລ 381 ຕື້ກີບ ແລະ ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ຈໍານວນທັງໝົດ 535,2 ຕື້ກີບ ໂດຍກວມເອົາອັດຕາສ່ວນ 34,7% ຂອງລາຍຮັບທີ່ລາວໂທລະຄົມ ປະຕິບັດໄດ້.

ໃນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ຂອງບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ໃນວັນທີ 14 ກຸມພາຜ່ານມາ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ມີກໍາມະການສະພາຂາຮຸ້ນ, ຜູ້ແທນກອງປະຊຸມຈາກ ທທລ ສູນກາງ ແລະ ສາຂາແຂວງ ທົ່ວປະເທດ ເຂົ້າຮ່ວມ; ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫຍ່ ທທລ ກ່າວວ່າ: ໄລຍະ 1 ປີຜ່ານມາ ລາວໂທລະຄົມ ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມ ໃນມູນຄ່າ 82,8 ລ້ານໂດລາ, ປັດຈຸບັນ ລາວໂທລະຄົມ ມີສະຖານີມືຖື 2G, 3G, 4G ແລະ 4,5G ທັງໝົດ 5.711 ສະຖານີ, ມີສັນຍານໂທລະສັບມືຖືຄວບຄຸມ ໄດ້ 18 ແຂວງ, 148 ເມືອງ ແລະ 8.500 ກວ່າບ້ານ; ທັງໝົດນັ້ນ ໄດ້ກາຍເປັນປັດໄຈຫຼັກທີ່ຊຸກຍູ້ໃຫ້ ລາວໂທລະຄົມ ສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈໍານວນລູກຄ້າເກົ່າໄວ້ໄດ້; ມາຮອດປັດຈຸບັນ ມີລູກຄ້າໃຊ້ໂທລະສັບມືຖືໃນລະບົບ ຈໍານວນ 1.6 ລ້ານເລກໝາຍ ແລະ ອິນເຕີເນັດ 1.5 ລ້ານ ລູກຄ້າ, ສາມາດສ້າງລາຍຮັບໄດ້ 1.843,5 ຕື້ກີບ ເພີ່ມຂຶ້ນຈາກປີ 2016 ຈໍານວນ 1,8%; ໃນນັ້ນ ມີກໍາໄລ 381 ຕື້ກີບ, ສາມາດປະຕິບັດພັນທະໃຫ້ລັດຖະບານ ໄດ້ທັງໝົດ 535,2 ຕື້ກີບ, ກວມເອົາອັດຕາສ່ວນ 34,7% ຂອງລາຍຮັບທີ ລາວໂທລະຄົມ ປະຕິບັດໄດ້ໃນປີ 2017; ນອກນັ້ນ, ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອແກ້ໄຂຊີວິດການເປັນຢູ່ພະນັກງານ ໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖໍາອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ມູນຄ່າ 1,2 ຕື້ກວ່າກີບ.

ທ່ານຜູ້ອໍານວຍການໃຫຍ່ ທທລ ຍັງໃຫ້ຮູ້ຕື່ມອີກວ່າ: ປີ 2018 ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ຈະສູ້ ຊົນສ້າງລາຍຮັບໃຫ້ 1.985,5 ຕື້ກີບ ໂດຍການສ້າງຖານລູກຄ້າໃຫ້ ໄດ້ 3,4 ລ້ານເລກໝາຍ, ທຽບໃສ່ປີ 2017 ໃຫ້ເພີ່ມຂຶ້ນ 7,7%, ຄາດຄະເນກໍາໄລໃຫ້ໄດ້ 409,7 ຕື້ກີບ ກວມເອົາອັດຕາສ່ວນບໍ່ຫຼຸດ 30% ຂອງລາຍຮັບປີ 2018; ນອກນັ້ນ, ຍັງໄດ້ຈະໄດ້ລົງທຶນໃນເບື້ອງຕົ້ນເຊິ່ງມີມູນຄ່າ 50 ລ້ານໂດລາ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ໂດຍສະເພາະແມ່ນອິນເຕີເນັດ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.