ສາມສ່ຽວໄວຄະນອງ ກໍ່ເຫດລັກງັດເຂົ້າເຮືອນເຈົ້າຂອງໂຮງງານຊອຍໄມ້ ຢູ່ເຂດບ້ານວຽງໃໝ່ ເມືອງວຽງ ແລ້ວລັກ ເອົາເງິນ 50 ລ້ານໜີໄປ, ແຕ່ໜີບໍ່ລອດ ຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງວຽງພູຄາ  ແຂວງຫຼວງນໍ້າທາ ໄດ້ຕາມຈັບຕົວໄດ້ໃນວັນດຽວກັນ ພ້ອມເກັບກູ້ເງິນທີ່ຄົນຮ້າຍລັກໄປຈໍານວນໜຶ່ງ.

ພັຕ ທອງຫອມ ທັນອໍລະພິມ ຫົວໜ້າພະເເນກຕຳຫຼວດ ກອງບັນຊາການ ປກສ ເມືອງວຽງພູຄາ  ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກ ທ້າວ ມິງທິງຈົງ ນັກທຸລະກິດຈີນ ທີ່ມາຕັ້ງໂຮງງານຊອຍໄມ້ຢູ່ເຂດບ້ານວຽງ ໃໝ່ ເມືອງວຽງ ແຂວງຫຼວງນ້ຳທາ ໃນວັນທີ 24 ມັງກອນ 2018 ວ່າ:  ມີຄົນຮ້າຍລັກງັດເຂົ້າເຮືອນ ແລ້ວເຂົ້າໄປ ລັກເອົາເງິນໜີໄປຈຳນວນ 50​ ລ້ານກີບ. ຈາກນັ້ນ, ຈຶ່ງຈັດກໍາລັງວິຊາສະເພະຄິດຕາມເປົ້າໝາຍ ສາມາດຈັບຕົວ ຜູ້ກໍ່ເຫດໄດ້ 3 ຄົນ ໃນວັນດຽວກັນ, ຊື່ທ້າວ ນັດ ອາຍຸ 13 ປີ, ທ້າວ ເກດ ອາຍຸ 14 ປີ ແລະ ທ້າວ ເຕາະ ອາຍຸ 13 ປີ ທັງ 3 ຄົນຢູ່ບ້ານໃໝ່  ເມືອງວຽງພູຄາ ພ້ອມຢາບ້າ 76 ເມັດ.

ຜ່ານການສືບສວນ-ສອບສວນ, ພວກກ່ຽວຮັບສາລະພາບວ່າ:  ໃນວັນທີ 24 ມັງກອນ 2018, ໄດ້ຊັກຊວນກັນ ລັກຈອບເບິ່ງເຮືອນຂອງ ທ້າວ ມິງທິງຈົງ ເຈົ້າຂອງໂຮງຊອຍໄມ້ ເພື່ອເຂົ້າໄປລັກຄົ້ນຫາຊັບ, ພໍໄປຮອດບໍ່ມີໃຜຢູ່ ເຮືອນ, ມີແຕ່ກຳມະກອນຈຳນວນໜຶ່ງຢູ່ໂຮງຊອຍໄມ້. ຈາກນັ້ນ, ຈຶ່ງໄດ້ພາກັນປິນເຂົ້າທາງປ໋ອງຢ້ຽມເຂົ້າໄປໃນ ເຮືອນ ເຫັນຕູ້ເສບ ມີກະແຈຄ່າໄວ້ ແລ້ວຈຶ່ງພາກັນໄຂຕູ້ເສບພົບເຫັນເງິນຢູ່ໃນຕູ້ເສບດັ່ງກ່ວາ 2 ມັດ ຈຶ່ງຈັບເອົາ 1 ມັດ ແລ້ວພາກັນໜີອອກປ່ອງຢ້ຽມບ່ອນເກົ່າ ແລ້ວພາກັນນັບເງິນ ທີ່ລັກມາໄດ້ມີ 50 ລ້ານກີບ. ຈາກນັ້ນ, ກໍໄດ້ ແບ່ງປັນກັນ ແລ້ວພາກັນໄປຮ້ານຊື້ເຫຼົ້າ, ເບຍ ແລະ ຊື້ຢາບ້າມາເສບ ໄປຫຼິ້ນການພະນັນ.  ຕໍ່ມາຈຶ່ງຖືກເຈົ້າໜ້າ ທີ່ຈັບໄດ້.

ປັດຈຸບັນ, ເຈົ້າໜ້າທີ່ຫ້ອງການ ປກສ ເມືອງວຽງພູຄາ ໄດ້ເກັບກູ້ເງິນທີ່ພວກຜູ້ກ່ຽວທັງ 3 ຄົນລັກໄປນັ້ນ ຄືນມາໄດ້ແລ້ວ 38 ລ້ານກີບ, ສ່ວນຜູ້ຖືກຫາທັງ 3 ແມ່ນຈະໄດ້ສຶກສາອົບຮົມ ກ່າວເຕືອນ ແລະ ເອົາພໍ່ -ແມ່ຜູ້ ປົກຄອງເຂົ້າມາເຮັດບົດບັນທຶກ ແລະ ໃຊ້ແທນຈຳນວນເງິນທີ່ພວກຜູ້ກ່ຽວທັງ 3 ໃຊ້ຈ່າຍໄປແລ້ວນັ້ນຄືນໃຫ້ເຈົ້າ ຂອງໂຮງຊອຍໄມ້.