ໃນຕໍ່ໜ້າ, ຄະນະໜ່ວຍຊາວໜຸ່ມກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ( ກົມ 312 ) ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈະເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກຊາວໜຸ່ມທຸກສະຫາຍມີຫຼັກໝັ້ນ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງຂັ້ນເທິງ ພ້ອມທັງມີຄວາມຕື່ນຕົວ ແລະ ຫ້າວຫັນປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ໄດ້ຮັບໝາກຜົນ.

ພັທ ຖາວອນ ແກ້ວພິລາ ເລຂາໜ່ວຍຊາວໜຸ່ມກົມ 312 ຜ່ານບົດສະຫຼຸບໃນກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍຊ່ວໜຸ່ມກົມ 312 ໃນຄັ້ງວັນທີ 16 ກຸມພາ 2018 ໂດຍການເຂົ້າຮ່ວມຂອງ ພັທ ວາດສະໜາ ວິລະວົງ ຮອງຫົວໜ້າກົມ 312 ແລະ ພັທ ແສງທອງ ສຸພາພົງ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ຕໍາຫຼວດວ່າ: ໃນປີ 2018-2022 ຄະນະໜ່ວຍຊາວໜຸ່ມຈະເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຢ່າງຕໍ່ເນື່ອງ ແລະ ນໍາພາເຄື່ອນໄຫວດໍາເນີນຊີວິດການເມືອງເປັນປົກກະຕິ ແນໃສ່ໃຫ້ສະມາຊິກຊາວໜຸ່ມມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມດຸໝັ່ນຫ້າວຫັນຕໍ່ການປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດໃຫ້ຮັບປະກັນຄຸນນະພາບ ໂດຍເຂັ້ມງວດໃນການປະຕິບັດຕາມລະບຽບຫຼັກການ ແລະ ມາດຕະການ ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງກົມກຽວ.

ປີ 2012-2017 ຄະນະໜ່ວຍຊາວໜຸ່ມກົມ 312 ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊີ້ນໍາສະມາຊິກຊາວໜຸ່ມໃນການເຄື່ອນໄຫວວຽກງານວິຊາສະເພາະສະແດງອອກຄື: ຮັບແຈ້ງຄວາມ 117 ຄັ້ງ, ສົ່ງສໍານວນຄະດີໃຫ້ໄອຍະການ 47 ຄັ້ງ, ປະສານ ແລະ ຕິດຕາມຄະດີທີ່ສົ່ງໃຫ້ໄອຍະການໄດ້ 35 ຄັ້ງ, ປະສານເອົາຄໍາຕັດສິນຂອງສານໄດ້ 24 ຄັ້ງ, ປະສານເອົາສະຖິຕິຄະດີຄ້າມະນຸດນໍາພະແນກ 312 ທົ່ວປະເທດໄດ້ 288 ຄັ້ງ, ດໍາເນີນຄະດີຄ້າມະນຸດໄດ້ 24 ລາຍ, ຜູ້ຖືກຫາ 54 ຄົນ ຍິງ 25 ຄົນ, ຜູ້ຖືກເຄາະຮ້າຍ 99 ຄົນ ຍິງ 82 ຄົນ, ຮັບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຈາກຕ່າງປະເທດໄດ້ 77 ຄັ້ງ, ສໍາພາດຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 576 ຄົນ ຍິງ 502 ຄົນ ອາຍຸຕໍ່າກວ່າ 18 ປີ ມີ 246 ຄົນ ຍິງ 327 ຄົນ, ປະສານສົມທົບພາກສ່ວນຕ່າງໆ ເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍໄດ້ 88 ກໍລະນີ.

ໃນກອງປະຊຸມ, ສະມາຊິກຊາວໜຸ່ມໄດ້ໃຊ້ປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ມີຜູ້ລົງສະໝັກທັງໝົດ 9 ສະຫາຍ ເລືອກເອົາ 7 ສະຫາຍ ຄື: ພັຕ ຈັນທະວົງ ມະນີວົງຂາວ ເປັນເລຂາ, ພັຕ ວຽງໄຊ ພູວົງ ແລະ ຮອ ວັນນະໄຊ ສຸວັນນະສຸກ ເປັນຮອງເລຂາ, ຮອ ໄມເພັດ ລາດສິມຄໍາ ເປັນປະທານກວດກາ ແລະ ຄະນະ 3 ສະຫາຍ.