ລາຍງານໝາກຜົນໂຄງການຮ່ວມມື ລາວ-ຈີນ ປູກພືດແທນຝິ່ນຢູ່ພາກເໜືອຂອງລາວ

0
1372

ໃນວັນທີ 19 ສິງຫາ 2020, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບ ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ ພ້ອມຄະນະ ເພື່ອພົບປະລາຍງານ ແລະ ປຶກສາຫາລືໂຄງການຮ່ວມມື ລາວ-ຈີນ ປູກພືດທົດແທນການປູກຝິ່ນຢູ່ພາກເໜືອຂອງປະເທດລາວ.

ທ່ານຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ ກ່າວວ່າ:

ທ່ານ ແຄນທອງ ສີສຸວົງ – ພົຕ ປອ ທອງເຫຼັກ ມັງໜໍ່ເມກ

ໂຄງການປູກພືດທົດແທນການປູກຝິ່ນ ແມ່ນໂຄງການລັດຖະບານ ສປ ຈີນ ໃຫ້ການຊ່ວຍເຫຼືອແກ່ ລັດຖະບານ ສປປ ລາວ ໃນການຜະລິດສິນຄ້າກະສິກຳ ທີ່ສາມາດນຳເຂົ້າໄປຈີນໄດ້ ເຊິ່ງເປົ້າໝາຍຫຼັກຂອງໂຄງການ ແມ່ນເພື່ອລົບລ້າງການປູກຝິ່ນຢູ່ໃນລາວ ໂດຍໃຫ້ປະຊາຊົນລາວ ຫັນມາປູກພືດເປັນສິນຄ້າສົ່ງອອກໄປຈີນ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ.

ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນເຫັນໄດ້ວ່າມີໝາກຜົນທີ່ດີແກ່ປະຊາຊົນຫຼາຍສົມຄວນ ເຊິ່ງປັດຈຸບັນມີບໍລິສັດຈາກ ສປ ຈີນ ເຂົ້າມາລົງທຶນຕາມໂຄງການປູກພືດທົດແທນການປູກຝິ່ນ ທີ່ອອກໃບຢັ້ງຢືນໃນປີ 2019 ມີທັງໝົດ 45 ບໍລິສັດ.

ເພື່ອສືບຕໍ່ຊຸກຍູ້ ແລະ ຍາດແຍ່ງຜົນປະໂຫຍດຈາກໂຄງການດັ່ງກ່າວ ໃຫ້ແກ່ປະຊາຊົນລາວໃຫ້ຫຼາຍຂຶ້ນກວ່າເກົ່າ, ຄະນະກຳມະການຮ່ວມມື ລາວ-ຈີນ ຈຶ່ງສະເໜີຕໍ່ ກະຊວງ ປກສ ເພື່ອໃຫ້ຊ່ວຍສະໜັບສະໜູນ ແລະ ພິຈາລະນາກຳນົດນະໂຍບາຍຕໍ່ວຽກງານປູກພືດທົດແທນຝິ່ນ ໂດຍຜ່ານບັນດາກົມກອງທີ່ກ່ຽວຂ້ອງ ເພື່ອຊຸກຍູ້, ສ້າງແຮງຈູງໃຈຕໍ່ບໍລິສັດທີ່ມາລົງທຶນໃນລາວ ໃຫ້ເປັນຮູບປະທຳ.

ໃນໂອກາດພົບປະຄັ້ງນີ້, 2 ຝ່າຍກໍໄດ້ປຶກສາຫາລືຫຼາຍບັນຫາ ແລະ ເຫັນດີທີ່ຈະແຕ່ງຕັ້ງ ຄະນະປະສານງານຮ່ວມກັນ ເພື່ອຮັບຜິດຊອບວຽກງານການພັດທະນາປູກພືດທົດແທນການປູກຝິ່ນ ໂດຍຕິດພັນກັບພາລະບົດບາດຂອງແຕ່ລະພາກສ່ວນ, ແນໃສ່ຄວາມເປັນເອກະພາບໃນການຕິດຕາມ, ຄຸ້ມຄອງວຽກງານການພັດທະນາປູກພືດທົດແທນການປູກຝິ່ນ ໃຫ້ມີປະສິດທິພາບ, ສາມາດຊຸກຍູ້ປະກອບສ່ວນການສະກັດກັ້ນການປູກຝິ່ນ ໃຫ້ຫຼຸດໜ້ອຍລົງກ້າວໄປເຖິງຢຸດເຊົາຢ່າງສິ້ນເຊີງ.

ກະກຽມກໍານົດວັນເວລາການປຶກສາຫາລືຂອງ ຄະນະປະສານງານ, ການເຄື່ອນໄຫວວຽກງານ ແລະ ການສະເໜີແຜນງົບປະມານການເຄື່ອນໄຫວຊຸກຍູ້ວຽກງານດັ່ງກ່າວນີ້ ໃຫ້ເປັນຮູບປະທໍາ ແນໃສ່ຊຸກຍູ້ການຜະລິດພືດກະສິກໍາຂອງປະຊາຊົນຕາມໂຄງການ ແລະ ໃນຂົງເຂດໂຄງການໃຫ້ເປັນສິນຄ້າສົ່ງອອກ. ສືບຕໍ່ຄົ້ນຄ້ວາ ແລະ ສົມທົບບັນດາອົງກອນທີ່ກ່ຽວຂ້ອງ ຮ່າງເອກະສານກໍານົດດ້ານນະໂຍບາຍ ໃຫ້ມີຄວາມສອດຄ່ອງກັບແນວທາງການຮ່ວມມື 2 ຝ່າຍ, ສອດຄ່ອງກັບກົດໝາຍ, ມີຄວາມເອກະພາບ ແລະ ສາມາດຊຸກຍູ້ການດໍາເນີນຂອງບັນດາບໍລິສັດ ຕາມໂຄງການປູກພືດທົດແທນການປູກຝິ່ນ.