ໃນວັນທີ 14 ສິງຫາ 2020, ກອງບັນຊາການ ປກສ ເມືອງວຽງຄຳ ແຂວງວຽງຈັນ ໄດ້ ປະກາດ ຮັບຮອງ 6 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກອງບັນຊາການ ປກສ ເມືອງວຽງຄໍາ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019; ເປັນປະທານໂດຍ ສະຫາຍ ພັທ ບຸນເສີດ ໄຊຍະສານ ຄະນະປະຈຳພັກເມືອງ ເລຂາຄະນະພັກ ຮາກຖານຫົວໜ້າກອງບັນຊາການ ປກສ ເມືອງວຽງຄຳ, ມີຄະນະໜ່ວຍພັກ, ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັທ ອຳພອນ ຄູນທະວົງ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ໄດ້ຜ່ານ ຂໍ້ຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 131 /ຄນພ,ວຈ; ລົງວັນທີ 4 ພຶດສະພາ 2020 ວ່າດ້ວຍການຮັບ ຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019; ໃນນີ້, ມີ 6 ໜ່ວຍພັກຄື: ໜ່ວຍພັກພະແນກຫ້ອງການ, ໜ່ວຍພັກພະແນກຕຳຫຼວດ, ໜ່ວຍພັກພະແນກສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໜ່ວຍພັກ ປກສ ກຸ່ມ ບ້ານປາກແຈ້ງ, ໜ່ວຍພັກ ປກສ ກຸ່ມ ບ້ານເມືອງເກົ່າ ແລະ ໜ່ວຍພັກ ປກສ ກຸ່ມບ້ານໂພນໝີ; ການປະກາດຮັບຮອງໃນຄັ້ງນີ້ ກໍເພື່ອຍົກສູງຄຸນນະພາບຂອງສະມາຊິກພັກພາຍໃນກົມກອງ, ເຮັດໃຫ້ບັນດາອົງການຈັດຕັ້ງແຕ່ລະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກອງບັນຊາການ ປກສ ເມືອງວຽງຄຳ ມີຄວາມໂປ່ງໃສ, ມີຄຸນທາດການເມືອງທີ່ໜັັກ ແໜ້ນເຂັ້ມແຂງ, ມີແບບແຜນວິທີເຮັດວຽກເປັນໝູ່ຄະນະ, ຕັດສິນທຸກໆບັນຫາ ແບບລວມສູນຊີ້ນຳ-ນຳພາສະມາຊິກພັກທຸກຂົງເຂດວຽກງານໃຫ້ມີຄວາມສາມັກຄີເປັນເອກະພາບອັນເປັນມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ; ພ້ອມກັນນັ້ນ, ກໍຕ້ອງເດັດດ່ຽວໜຽວແໜ້ນສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນຖັນແຖວກຳລັງປ້ອງກັນຄວາມສະຫງົບໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ, ໃຫ້ກຽດຂຶ້ນມອບໃບຢັ້ງຢືນຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍ ສະຫາຍ ພັທ ບຸນເສີດ ໄຊຍະສານ.

ປກສ ເມືອງວຽງຄຳ ແຂວງວຽງຈັນ ປະກາດ ຮັບຮອງ 6 ໜ່ວຍພັກ
ປກສ ເມືອງວຽງຄຳ ແຂວງວຽງຈັນ ປະກາດ ຮັບຮອງ 6 ໜ່ວຍພັກ

ໂອກາດດຽວກັນນີ້, ຍັງໄດ້ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທີ່ ໃນນີ້ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 2 ສະຫາຍ ຍິງ 1 ສະຫາຍ, ສິບໂທ ຂຶ້ນ ສິບເອກ ຈຳນວນ 1 ສະຫາຍ ຍິງ 1 ສະຫາຍ.