ວັນທີ 25 ສິງຫາ 2020, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານເທດ ໄດ້ຊີ້ນໍາ ແລະ ຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງ ອົງຄະນະພັກ ແຂວງຫົວພັນ ເພື່ອຮັບປະກັນໃຫ້ມີຄວາມພ້ອມທຸກດ້ານ ແລະ ທັນຕາມກຳນົດເວລາ, ໂດຍມີຄະນະປະຈຳພັກ ແຂວງ, ຫົວໜ້າພະເເນກການ, ກອງບັນຊາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຈົ້າເມືອງ 10 ເມືອງ ເຂົ້າຮ່ວມ.

ສະຫາຍ ພັນຄຳ ວິພາວັນ ໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງແຂວງ ແລະ ອະນຸກຳມະການດ້ານຕ່າງໆ ເປັນຕົ້ນແມ່ນ ອະນຸກຳມະການເນື້ອໃນ, ອະນຸກຳມະການບຸກຄະລາກອນ ແລະ ອະນຸກຳມະການຂະບວນການ ພ້ອມກັນຮີບຮ້ອນກວດກາຄືນບັນດາໜ້າວຽກຂອງຕົນທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວນັ້ນ ທີ່ຍັງເປັນຂໍ້ຄົງຄ້າງ, ບໍ່ທັນບັນລຸຕາມຄາດໝາຍ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ, ສືບຕໍ່ປັບປຸງໜ້າວຽກຂອງຕົນໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງທຸກດ້ານ ເພື່ອຮັບປະກັນໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ຂອງ ອົງຄະນະພັກແຂວງ ມີຄວາມພ້ອມ 100%, ໂດຍຕິດພັນກັບ ການປັບປຸງແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກໃຫ້ເຂົ້າສູ່ລະບຽບຫຼັກການ ຢ່າງລະອຽດຈະແຈ້ງ ໂດຍຍຶດໝັ້ນຕາມຫຼັກການຂອງພັກຢ່າງເຂັ້ມງວດ.

ໃນນັ້ນການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ກ້າວເຂົ້າສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍຢ່າງເຄັ່ງຄັດ ໂດຍສອດຫ້ອຍກັບການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າເຂົ້າໃຈຢ່າງເລິກເຊິ່ງ ໄປຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຄວາມສາມັກຄີບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມໃຫ້ເປັນປຶກແຜ່ນ.

ນອກຈາກນີ້, ກໍໃຫ້ພ້ອມກັນປັບປຸງປະກົດການແນວຄິດຄັບແຄບ, ແນວຄິດທ້ອງຖິ່ນ ແລະ ແນວຄິດກຸ່ມກ້ອນ ບໍ່ໃຫ້ເກີດຂຶ້ນພາຍໃນພັກ ແລະ ໃນໝູ່ມະຫາຊົນຢ່າງເດັດຂາດ, ໃຫ້ຕັ້ງໜ້າປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງໜັກແໜ້ນ ໂດຍຕິດພັນກັບ ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ.