ວັນທີ 25 ສິງຫາ 2020 ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ພັນເອກ ໄພວັນ ສິດທິຈັນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ພົນເອກ ໂຕເລີມ ກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ລັດຖະມົນຕີ ກະຊວງຕຳຫຼວດ ສສ ຫວຽດນາມ ເນື່ອງໃນໂອກາດທີ່ໄດ້ຮັບຕຳແໜ່ງເປັນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ.

ໃນໂອກາດນີ້, ສະຫາຍ ພົນເອກ ໂຕເລີມ ໄດ້ຍ້ອງຍໍຊົມເຊີຍ ພັນເອກ ໄພວັນ ສິດທິຈັນ ແລະ ພັນໂທ ສັກດາ ໄຊຍະສົງຄາມ ທີ່ໄດ້ຮັບການແຕ່ງຕັ້ງຈາກ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ມາດຳລົງຕຳແໜ່ງເປັນ ຫົວໜ້າອົງການຜູ້ຕາງໜ້າ ແລະ ຮອງຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມທັງເນັ້ນໃຫ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ຫວຽດນາມ-ລາວ ກໍຄື ສອງກະຊວງຕຳຫຼວດ ຫວຽດນາມ ແລະ ລາວ; ການເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວ ໄດ້ກາຍເປັນຊັບສິນທີ່ມີຄຸນຄ່າຂອງປະຊາຊົນສອງຊາດ ຫວຽດນາມ-ລາວ.

ພ້ອມນັ້ນ ທ່ານຍັງກ່າວເນັ້ນວ່າ: ໃນສະພາບປັດຈຸບັນ ພວກກຸ່ມຄົນບໍ່ດີຈຳນວນໜຶ່ງ ຍັງມີການເຄື່ອນໄຫວສ້າງຄວາມບໍ່ສະຫງົບໃຫ້ສອງປະເທດ ກໍ່ໃຫ້ເກີດຄວາມບໍ່ສະຫງົບທາງດ້ານການເມືອງ ເພື່ອຫວັງທຳລາຍການພົວພັນມິດຕະພາບຄວາມສາມັກຄີ ຫວຽດນາມ-ລາວ, ໃນນັ້ນການເຄື່ອນໄຫວຂອງອາຊະຍະກຳຂ້າມຊາດ, ຄ້າມະນຸດ, ຄ້າຂາຍຢາເສບຕິດ, ອາຊະຍະກຳນຳໃຊ້ເຕັກໂນໂລຊີຂັ້ນສູງ ຍັງສືບຕໍ່ນັບມື້ນັບຜັນແປໄປຢ່າງສັບສົນ. ດັ່ງນັ້ນ, ຮຽກຮ້ອງໃຫ້ສອງກຳລັງຕຳຫຼວດສອງປະເທດ ເພີ່ມທະວີການຮ່ວມມືໃຫ້ແໜ້ນແຟ້ນຮອບດ້ານຍິ່ງຂຶ້ນກວ່າເກົ່າ, ເຊິ່ງສອງອົງການຜູ້ຕາງໜ້າ ກະຊວງຕຳຫຼວດ ສສ ຫວຽດນາມ ແລະ ອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ມີໜ້າທີ່ເປັນຂົວຕໍ່ລະຫວ່າງສອງກະຊວງ, ມີພາລະບົດບາດທີ່ສຳຄັນໃນການສົ່ງຂໍ້ມູນຂ່າວສານໃຫ້ທັນເວລາ, ເປັນເສນາທິການໃຫ້ການນຳສອງກະຊວງ ໃນວຽກງານຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນການຮ່ວມມື ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ.

ພັນເອກ ໄພວັນ ສິດທິຈັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອແບບພິເສດ ໃຫ້ດີທີ່ສຸດລະຫວ່າງສອງຊາດ ເວົ້າສະເພາະ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງຕຳຫຼວດ ສສ ຫວຽດນາມ ນັບມື້ນັບເຂັ້ມແຂງ ແລະ ເຕີບໃຫຍ່ຮອບດ້ານ.