ຕອນເຊົ້າຂອງວັນທີ 27 ສິງຫາ 2020, ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງການອອກແຮງງານລວມ ເພື່ອຂ່ຳນັບຮັບຕ້ອນວັນປະຫວັດສາດຕ່າງໆ ທີ່ສໍາຄັນຂອງຊາດຂອງກອງທັບ ໂດຍສະເພາະແມ່ນຂ່ຳນັບຮັບຕ້ອນການເປີດຮຽນໃໝ່ ໃນສົກປີ 2020-2021 ເພື່ອໃຫ້ມີຂະບວນຟົດຟື້ນ ພາຍໃຕ້ການນໍາພາຂອງ ຮອ ແສງ ພອນ ວົງສຸກ ຮອງພະແນກ ສະຫະພັນແມ່ຍິງ ວິທະຍາຄານກົມມະດໍາ ມີຊາວໜຸ່ມແມ່ຍິງ ທົ່ວວິທະຍາຄານກົມມະດໍາ ເຂົ້າຮ່ວມອອກແຮງງານລວມ.

ການອອກແຮງງານໃນຄັ້ງນີ້, ແມ່ນໄດ້ຖາງປ່າ, ເກັບຂີ້ເຫຍື້ອຕາມແຄມທາງ ແລະ ຂອບເຂດຮັບຜິດຊອບ ມີຄວາມຍາວ 2 ກິໂລແມັດ ເພື່ອເຮັດໃຫ້ຂອບເຂດຄ້າຍຄູທົ່ວວິທະຍາຄານກົມມະດໍາ ມີຄວາມສະອາດຈົບງາມ ແລະ ເປັນການສ້າງຄວາມສາມັກຄີພາຍໃນອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງວິທະຍາຄານກົມມະດໍາໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ.

ຂຽນໂດຍ + ພາບ : ນາງ ດວງມະລາ ວັນທານຸວົງ