ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ກວດຄົ້ນລົດຟໍຈູນເນີ ສີປອນ ໝາຍເລກທະບຽນ ກລ 9718 ກໍາແພງນະຄອນ ທີ່ລັກລອບຂົນສົ່ງ ແລະ ຄ້າຂາຍຢາເສບຕິດ ມາຈາກຫຼັກ 55 ແຂວງອຸດົມໄຊ ມາສົ່ງຢູ່ຫຼັກ 52 ແຂວງວຽງຈັນ, ແຕ່ມາບໍ່ຮອດຈຸດໝາຍຖືກຈັບຢູ່ເຂດບ້ານນໍ້າແຈ້ງ ເມືອງໂພນໂຮງ ພ້ອມຢາບ້າ 111 ມັດ ເທົ່າກັບ 222.000 ເມັດ.

ເບື້ອງຕົ້ນ, ເຈົ້າໜ້າທີ່ ຮັບລາຍງານຈາກແຫຼ່ງຂ່າວວ່າ: ຈະມີການລັກລອບລໍາລຽງຢາບ້າຈໍານວນຫຼາຍ ດ້ວຍລົດຟໍຈູເນີ ໄປທາງຢູ່ເຂດບ້ານຫຼັກ 52 ເມືອງ ໂພນໂຮງ ແຂວງວຽງຈັນ; ຈາກນັ້ນ, ຈຶ່ງໄດ້ກວດກາ ແລະ ຕິດຕາມ. ມາວັນ ທີ 25 ມິຖຸນາ 2020, ຈຶ່ງສືບຮູ້ວ່າຄົນ ຮ້າຍນຳໃຊ້ລົດຍີ່ຫໍ້ໂຕໂຢຕ້າຟໍຈູນເນີ ສີປອນ ໝາຍເລກທະບຽນ ກລ 9718 ກໍາແພງນະ ຄອນ ຕາມທີ່ແຈ້ງລ່ວງໜ້າແທ້, ເຈົ້າໜ້າທີ່ຈຶ່ງຕັ້ງດ່ານກວດກາ, ພໍລົດຄັນດັ່ງກ່າວມາຮອດເຂດບ້ານນໍ້າແຈ້ງ ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນພົບຂອງກາງປະເພດຢາບ້າ 111 ມັດ ເທົ່າກັບ 222.000 ເມັດ ແລະ ໄດ້ກັກຕົວຜູ້ຂັບລົດ.

ທ້າວ ເນັ່ງວ່າ ອາຍຸ 32 ປີ, ຢູ່ບ້ານນາວ່າງ ເມືອງຮຸນ ແຂວງອຸດົມໄຊ ສາລະພາບວ່າ: ຢາບ້າຈໍານວນ 111 ມັດ, ໄດ້ມີຊາຍບໍ່ຊາບຊື່ໂທລະສັບຕ້ອງການຊື້ຢາບ້າຈໍານວນຫຼາຍ ແລະ ໃຫ້ລາ ຄາສູງ, ພາຍຫຼັງຕົກລົງກັນແລ້ວ ຈຶ່ງໄດ້ໄປຊື້ຢາບ້ານໍາຄົນບໍ່ຊາບຊື່ຢູ່ບ້ານຫຼັກ 55 ເມືອງໄຊ ແຂວງອຸດົມໄຊ ຈໍານວນ 111 ມັດ ນັດຈຸດຊື້-ຂາຍ ແມ່ນຢູ່ຫຼັກ 52 ເມືອງໂພນໂຮງ. ວັນທີ 25 ມິຖຸນາ 2020, ຈຶ່ງຂັບຂີ່ລົດມາ ພ້ອມຢາບ້າຈໍານວນດັ່ງກ່າວ ມຸ່ງໜ້າໄປຈຸດນັດໝາຍ, ພໍມາຮອດເຂດບ້ານນໍ້າແຈ້ງ ເມືອງໂພນໂຮງ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ທ້າວ ເນັ່ງວ່າ ຜູ້ຖືກຫານີ້ແມ່ນຢູ່ໃນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ ເພາະຜູ້ກ່ຽວໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດມາແລ້ວຫຼາຍຄັ້ງ.