ວຕປ ປ້ອງກັນວິທະຍານິພົນຈົບຊັ້ນ ປະລິນຍາໂທ ຮຸ່ນທີ່ XI

0
1736

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດພິທີປ້ອງກັນວິທະຍານິພົນຈົບຊັ້ນ ປະລິນຍາໂທ ຮຸ່ນທີ XI ຂຶ້ນໃນວັນທີ 28 ສິງຫາ 2020, ເປັນປະທານໂດຍ ພັອ ປອ ໂອໄດ ທິລັນດາ ຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາ, ມີຄະນະອໍານວຍການ, ພະນັກງານຄູ-ອາຈານ, ຄະນະກໍາມະການ, ຜູ້ສັງເກດການ, ອາຈານທີ່ປືກສາ ແລະ ນັກສຶກສາທີ່ປ້ອງກັນວິທະຍານິພົນ ເຂົ້າຮ່ວມ.

ໃນພິທີປ້ອງກັນວິທະຍານິພົນຄັ້ງນີ້ ມີ 2 ຫົວຂໍ້ ຄື: ຍົກສູງຄຸນນະພາບວຽກງານຄຸ້ມຄອງ, ກວດກາສໍາມະໂນຄົວພົນລະເມືອງລາວ ຢູ່ແຂວງສະຫວັນນະເຂດ” ປ້ອງກັນໂດຍ ພັທ ສວນ ໄຊຍະລິນ ແລະ ຫົວຂໍ້ “ດໍາເນີນການສືບສວນ-ສອບສວນ ຄະດີສໍ້ໂກງຊັບຂອງລັດ ຢູ່ນະຄອນຫຼວງວຽງຈັນ” ປ້ອງກັນໂດຍ ພັຕ ທອງວຽງ ໄຊຍະຈັນ.

ຜ່ານການປ້ອງກັນບົດຈົບຊັ້ນວິທະຍານິພົນ ຂອງນັກສຶກສາທັງສອງຫົວຂໍ້ ຄະນະກໍາມະການ ແລະ ຄູ-ອາຈານ ໄດ້ມີຄໍາເຫັນແນະນໍາຕໍ່ການປ້ອງກັນວິທະຍານິພົນຂອງທັງສອງສະຫາຍ ເພື່ອເຮັດໃຫ້ບົດວິທະຍານິພົນມີເນື້ອໃນຄົບຖ້ວນສົມບູນ, ມີລັກສະນະວິທະຍາສາດ ແລະ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ນັກສຶກສາປະລິນຍາໂທ ຮຸ່ນທີ XI ໄດ້ເລີ່ມຮຽນມາແຕ່ວັນທີ 24 ກັນຍາ 2018, ໃຊ້ເວລາຮຽນ 2 ປີ, ມີນັກສຶກສາທັງໝົດ 34 ສະຫາຍ ທີ່ມາຈາກບັນດາກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ ທີ່ມີຕໍາແໜ່ງຂັ້ນພະແນກ ແລະ ຄາດວ່າຈະປ້ອງກັນສໍາເລັດໃນທ້າຍເດືອນນີ້.