ເສັ້ນທາງລົດໄຟ ລາວ-ຈີນ ແຕ່ ບໍ່ເຕນ ຫາ ນະຄອນຫຼວງວຽງຈັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ທັນວາ 2016, ມາເຖິງປັດຈຸບັນໂຄງການດັ່ງກ່າວມີຄວາມຄືບໜ້າໃນຫຼາຍດ້ານ ແລະ ສາມາດວາງລາງລົດໄຟສຳເລັດແລ້ວ 100 ກວ່າກິໂລແມັດ, ຄາດວ່າຈະເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2021.

ກອງປະຊຸມປຶກສາຫາລື ເພື່ອລາຍງານຄວາມຄືບໜ້າສະພາບການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຈັດຂຶ້ນໃນວັນທີ 4 ກັນຍາ 2020 ເຂົ້າຮ່ວມໂດຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີລັດຖະມົນຕີ-ຮອງລັດຖະມົນຕີ ອ້ອມຂ້າງສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຊ່ຽວ ຊຽນ ເຫວີຍ ອຳນວຍການໃຫຍ່ບໍລິສັດລົດໄຟ ລາວ-ຈີນ ໄດ້ຂຶ້ນລາຍງານຄວາມຄືບໜ້າຂອງ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ວ່າ:

ປັດຈຸບັນ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມີຫຼາຍໜ້າວຽກທີ່ມີຄວາມຄືບໜ້າໃກ້ຈະສໍາເລັດ ເປັນຕົ້ນແມ່ນ: ວຽກໜ້າດິນ ສຳເລັດແລ້ວ 91%, ວຽກພື້ນທາງລົດໄຟ ສຳເລັດ 98%, ວຽກກໍ່ສ້າງຂົວ ສຳເລັດ 81,4%, ອຸມົງມີ 75 ແຫ່ງ ສາມາດເຈາະທະລຸແລ້ວ 72 ແຫ່ງ ສຳເລັດແລ້ວ 99,8% ຄາດວ່າຈະເຈາະສຳເລັດໃນເດືອນກັນຍາ.

ສະເພາະການວາງລາງລົດໄຟ ສຳເລັດແລ້ວ 107,8 ກິໂລແມັດ, ມາຮອດປັດຈຸບັນການວາງລາງ ແມ່ນວາງຮອດສະຖານີວັງວຽງ ແຂວງວຽງຈັນ, ຄາດວ່າຮອດກາງເດືອນຕຸລາ ຈະວາງຮອດເມືອງກາສີ ແຂວງວຽງຈັນ ແລະ ໃນທ້າຍປີນີ້ຈະວາງລາງໃຫ້ຮອດ ແຂວງຫຼວງພະບາງ. ນອກນີ້, ຍັງສາມາດຕິດຕັ້ງຕາໜ່າງໄຟຟ້າ ສຳເລັດແລ້ວ 60,8% ການອອກແບບສະຖານີ ມີ 10 ແຫ່ງ ໄດ້ເລີ່ມກໍ່ສ້າງແລ້ວ 7 ສະຖານີ ຄາດວ່າ ຈະໃຫ້ສຳເລັດໜ້າວຽກຫຼັກໆໃນທ້າຍປີນີ້.

ກອງປະຊຸມຄັ້ງນີ້, ບັນດາຄະນະຮັບຜິດຊອບ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຍັງໄດ້ພ້ອມກັນປຶກສາຫາລືຮ່ວມກັນ ຢ່າງກົງໄປກົງມາກ່ຽວກັບການກໍ່ສ້າງ, ການຮັກສາຄວາມປອດໄພໃນພາກສະໜາມ, ການເຜີຍແຜ່ກົດລະບຽບ, ຂໍ້ຫ້າມຕ່າງໆໃຫ້ແກ່ປະຊາຊົນຕາມແລວເສັ້ນທາງລົດໄຟ ເພື່ອຫຼີກລ່ຽງອຸບັດຕິເຫດ ແລະ ເຮັດໃຫ້ການດຳເນີນໂຄງການດັ່ງກ່າວ ສຳເລັດຕາມຈຸດປະສົງທີ່ໄດ້ວາງໄວ້.