ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ 23 ສະຫາຍ

0
1860

ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດຕັ້ງພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ບັນດາຫົວໜ້າ, ຄະນະຫ້ອງ, ກອງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4, ຄ້າຍຄຸມຂັງດັດສ້າງ, ຕະຫຼອດຮອດສະມາຊິກພັກພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງ 2 ສະບັບ ຄື:

  • ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ່ 1471/ປກສ ລົງວັນທີ 30 ກໍລະກົດ 2020 ວ່າດ້ວຍ ການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໃນນີ້ຍົກຂັ້ນເງິນເດືອນ ຊັ້ນພັນໂທ ຂຶ້ນກິນເງິນເດືອນ ຊັ້ນພັນເອກ ຈໍານວນ 3 ສະຫາຍ
  • ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1617 ແລະ 1618/ປກສ ລົງວັນທີ 14 ສິງຫາ 2020 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໃນນີ້ເລື່ອນຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຈໍານວນ 7 ສະຫາຍ ຍິງ 2 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 16 ສະຫາຍ ຍິງ 8 ສະຫາຍ.

ພ້ອມກັນນີ້, ພັອ ກົງຈັນ ໄຊປັນຍາ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບນະໂຍບາຍຍົກຂັ້ນເງິນເດືອນ ແລະ ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງເພີ່ມທະວີເອົາໃຈໃສ່ໃນການນໍາພາ-ບັນຊາວຽກງານດ້ານຕ່າງໆ ເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານການເມືອງ-ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີໃບໜ້າໃໝ່, ຕໍ່ກັບບັນດາສະຫາຍທີ່ຖືກປະຕິບັດວິໄນ ກໍຈົ່ງຍົກສູງສະຕິຄຸນທາດການເມືອງໃຫ້ໜັກແໜ່ນ, ມີຄວາມອຸ່ນອຽງທຸນທ່ຽງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ, ຢົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ເພື່ອນໍາພາຕົນເອງກ້າວຂຶ້ນເປັນພະນັກງານ-ນັກຮົບສືບທອດທີ່ດີຂອງກໍາລັງ ປກສ ຕໍ່ໜ້າ.