ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ຫົວໜ້າຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ ໄດ້ລົງຊີ້ນໍາວຽກງານຢູ່ກອງຮ້ອຍ III ກໍ່ສ້າງຮາກຖານ ປະຈໍາເມືອງສີສັດຕະນາກ ໃນວັນທີ 16 ກຸມພາ 2018 ໃຫ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງໃຫ້ຫຼຸດໜ້ອຍຖອຍລົງ ແລະ ຂາດຕົວ ແນໃສ່ເຮັດໃຫ້ທົ່ວເມືອງ ມີຄວາມສະຫງົບດີຂຶ້ນກວ່າເກົ່າ.

ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງສີສັດຕະນາກ ສ່ວນໃຫຍ່ແມ່ນບັນຫາຄ້າຂາຍເສບຢາເສບຕິດ, ລັກຊັບ, ຊິງຊັບ, ປຸ້ນຊັບ ແລະອື່ນໆ ເຊິ່ງທັງໝົດນີ້ໄດ້ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຄວາມບໍ່ສະຫງົບໃຫ້ແກ່ສັງຄົມ; ສະນັ້ນ, ທ່ານຮອງລັດຖະມົນຕີກ່າວໄດ້ເນັ້ນໃຫ້ບັນດາກໍາລັງກໍ່ສ້າງຮາກຖານ ກອງຮ້ອຍ III ຕ້ອງເພີ່ມທະວີໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ ແລະ ຂາດຕົວ, ຖ້າບັນດາສະຫາຍຢາກເຮັດໄດ້ບັນດາສະຫາຍ ຕ້ອງສ້າງຕາໜ່າງຂ່າວໃຫ້ກວ້າງຂວາງ, ດຶງເອົາປະຊາຊົນເຂົ້າມາມີສ່ວນຮ່ວມໃນການແກ້ໄຂປະກົດການຫຍໍ້ທໍ້ ໂດຍສະເພາະໃຫ້ປະຊາຊົນພາຍໃນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່, ລົງຊີ້ນໍາຢ່າງໃກ້ສິດຕິດແທດ ຫຼື ນໍາພາກໍາລັງ ປກສ ກຸ່ມ, ປກສ ບ້ານ ແກ້ໄຂບັນດາເປົ້າໝາຍຕ່າງໆທີ່ເກັບກໍາໄດ້ຢູ່ຮາກຖານໃຫ້ໝົດໄປ ເພື່ອແກ້ໄຂບັນຫາຕ່າງໆແຕ່ຫົວທີ; ນອກຈາກນີ້,ຕ້ອງສືບຄົ້ນຫາຫົວໂປ່ໂຕການທີ່ເຄື່ອນໄຫວປຸ້ນຊັບ, ຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆຢູ່ພາຍໃນເມືອງໃຫ້ໄດ້ ເພື່ອນໍາຕົວບຸກຄົນເຫຼົ່ານັ້ນມາດໍາເນີນຄະດີຕາມລະບຽບກົດໝາຍ ຖ້າບັນດາສະຫາຍເຮັດໄດ້ ເຊື່ອວ່າຈະເຮັດໃຫ້ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງຫຼຸດໜ້ອຍຖອຍລົງ.

ໃນພິທີ, ພັທ ກົງ ຄະນະລັງສີ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ຄະນະກອງຮ້ອຍ III ກໍ່ສ້າງຮາກຖານປະຈໍາເມືອງສີສັດຕະນາກ ກ່າວວ່າ: ພາຍຫຼັງ, ກະຊວງ ປກສ ໄດ້ນໍາກໍາລັງລົງກໍ່ສ້າງຮາກຖານຢູ່ ນະຄອນຫຼວງວຽງຈັນ ໂດຍແບ່ງເປັນຫຼາຍກອງຮ້ອຍ; ສະເພາະກອງຮ້ອຍ III ປະຈໍາເມືອງສີສັດຕະນາກ ແມ່ນເລີ່ມລົງແຕ່ທ້າຍເດືອນທັນວາ 2017-ເດືອນກຸມພາ 2018, ໂດຍໄດ້ເອົາໃຈໃສ່ໃນການແກ້ໄຂປະກົດການຫຍໍ້ທໍ້ຢ່າງຕັ້ງໜ້າ ສະແດງອອກຄື: ໃນ 3 ເດືອນຜ່ານມາ, ມີຄະດີເກີດຂຶ້ນ 34 ເລື່ອງ; ໃນນີ້, ສາມາດມ້າງໄດ້ 5 ເລື່ອງ ກັກຕົວຜູ້ຖືກຫາໄດ້ 16 ຄົນ ຍິງ 1 ຄົນ, ພົ້ນເດັ່ນແມ່ນລັກຊັບພົນລະເມືອງເກີດຂຶ້ນ 29 ເລື່ອງ, ປຸ້ນຊັບພົນລະເມືອງ 2 ເລື່ອງ, ຊິງຊັບ 2 ເລື່ອງ ແລະ ທໍາລາຍຊັບ 1 ເລື່ອງ; ຈາກຄະດີທີ່ເກີດຂຶ້ນໄດ້ສ້າງຜົນເສຍຫາຍຫຼາຍຢ່າງເຊັ່ນ: ລົດຈັກ 11 ຄັນ, ໂທລະສັບ 3 ເຄື່ອງ, ເງິນ 15.300.000 ກີບ, ເງິນບາດ 61.000 ບາດ. ນອກຈາກນີ້, ກໍາລັງກໍ່ສ້າງຮາກຖານ ຍັງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຈັດຕັ້ງວຽກງານວິຊາສະເພາະຢູ່ບັນດາບ້ານຕ່າງໆພາຍໃນເມືອງ ຢ່າງມີຜົນສໍາເລັດ.