ຂ່າວຕ່າງປະເທດລາຍງານໃນທ້າຍອາທິດທີ່ຜ່ານມາວ່າ: ຄະນະກຳມະການດ້ານສາທາລະນະສຸກ ແລະ ການວາງແຜນ ຄອບຄົວຂອງຈີນ ( NSFPC ) ຢືນຢັນວ່າ: ຈີນກວດພົບຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກສາຍພັນ H7N4 ເປັນຍິງ ອາຍຸ 68 ປີ ໃນມົນທົນຈຽງຊູ ທາງທິດຕາເວັນອອກຂອງປະເທດ ເຊິ່ງເປັນຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກສາຍ ພັນດັ່ງກ່າວຄົນທຳອິດຂອງໂລກ.

NSFPC ລະບຸວ່າ: ຜູ້ຕິດເຊື້ອຄົນດັ່ງກ່າວດີຈາກອາການເຈັບ ແລະ ອອກຈາກໂຮງໝໍແລ້ວ ໃນວັນທີ 22 ມັງກອນ ທີ່ຜ່ານມາ ຫຼັງຕິດເຊື້ອຈາກການສຳພັດກັບສັດປີກມີຊີວິດໄລຍະທ້າຍເດືອນທັນວາປີຜ່ານມາ ແລະ ຂະນະ ນີ້ບໍ່ມີບຸກ ຄົນໃກ້ຊິດຄົນໃດຂອງຜູ້ເຈັບຄົນດັ່ງກ່າວມີອາການຂອງພະຍາດໄຂ້ຫວັດສັດປີກສາຍພັນນີ້.

ແນວໃດກໍຕາມ, ຂ່າວກວດພົບຜູ້ຕິດເຊື້ອ H7N4 ສົ່ງຜົນໃຫ້ສູນປ້ອງກັນສຸຂະພາບຂອງຮົງກົງ ປະກາດເຕືອນພົນ ລະເມືອງ ທີ່ເດີນທາງໄປຈີນ ໃນໄລຍະເທດສະການກຸດຈີນໃຫ້ຫຼີກລ່ຽງການໄປຕະຫຼາດສົດ, ຟາມໄກ່ ຫຼື ສຳຜັດກັບໄກ່ ມີຊີວິດ ພ້ອມລະບຸໃຫ້ຮັກສາສຸຂະອະນາໄມສ່ວນບຸກຄົນຢູ່ສະເໝີ; ຂະນະທີ່ລັດຖະບານຈີນ ຍັງບໍ່ຢືນຢັນວ່າໄຂ້ຫວັດ ສັດປີກສາຍພັນດັ່ງກ່າວມີການລະບາດໃນສັດປີກ ຫຼື ບໍ.

ນອກຈາກນີ້, NSFPC ຍັງເປີດເຜີຍວ່າ: ກວດພົບຜູ້ຕິດເຊື້ອ H7N9 ອີກ 1 ຄົນ ໃນເດືອນມັງກອນທີ່ຜ່ານມາ. ໂດຍໃນປີ 2017 ຜ່ານມາ ມີຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກສາຍພັນດັ່ງກ່າວ (H7N9) 192 ຄົນ ໃນບັນດາ ຈຳນວນດັ່ງກ່າວມີຜູ້ເສຍຊີວິດ 79 ຄົນ.