ນິຕະຍາສານນິກເກອິເອຊຽນ ຣີວິວ ລາຍງານໃນທ້າຍອາທິດທີ່ຜ່ານມາ ວ່າ: ກຸ່ມບໍລິສັດ ຍີ່ປຸ່ນ ຫຼາຍກວ່າ 20 ແຫ່ງ ລວມເຖິງບໍລິສັດ ເທຣດດີງ ຊູມິໂຕໂມຄອບ, ບໍລິສັດດ້ານວິສະວະກຳ ມິດຊູບີຊິ ເຮຟວີ ອິນດັສຕຼີ ແລະ ບໍລິສັດ ໂຕກຽວ ເມໂທ ຜູ້ໃຫ້ບໍລິການລະບົບແລ່ນລົດໄຟ ໄດ້ເຂົ້າລົງທຶນມູນຄ່າເກືອບ 4 ລ້ານລ້ານເຢນ ໃນໂຄງການສ້າງ ເມືອງອັດສະລິຍະ (ສະ ມາດ ຊີຕີ້) ຢູ່ພື້ນທີ່ 310 ເຮັກຕາ ທາງພາກເໜືອຂອງນະຄອນຫຼວງຮ່າໂນ້ຍ ປະເທດຫວຽດ ນາມ ເຊິ່ງເປັນມູນຄ່າໂຄງການລົງທຶນຂອງຍີ່ປຸ່ນ ໃນຕ່າງປະເທດທີ່ສູງທີ່ສຸດເທົ່າທີ່ເຄີຍມີມາ.

ທັງນີ້, ໃນໄລຍະທຳອິດຈະເລີ່ມການກໍ່ສ້າງໃຫ້ໄວທີ່ສຸດໃນເດືອນຕຸລາ ທີ່ຈະມາເຖິງນີ້ໂດຍ ຊູມິໂຕໂມ ຈະຈັບມືກັບ ບີອາຈີ ກຼຸບ ບໍລິສັດທຶນຫວຽດນາມ ລົງທຶນ 1.000 ລ້ານໂດລາສະຫະລັດ ເພື່ອສ້າງໂຄງສ້າງພື້ນຖານ ແລະ ການເຊື່ມ ຕໍ່ໃນໂຄງການລວມເຖິງການສ້າງຄອນໂດມີນຽມ 7.000 ຢູນິດ ເພື່ອຂາຍໃຫ້ກັບຊົນຊັ້ນກາງ ໃນລາຄາ 10-50 ລ້ານເຢນ.

ດ້ານມິດຊູບີຊິ ເຮຟວີ ຈະລົງທຶນຈັດຫາລົດໂດຍສານຂັບເອງ ແລະ ສູນສາກແບັດເຕີລີ ສຳລັບລົດຍົນພະລັງງານ ໄຟຟ້າ ( ອີວີ ) ເຊິ່ງຈະຊ່ວຍຫວຽດນາມ ຈັດການກັບມົນລະພິດ ແລະ ຫຼຸດຈຳນວນ ລົດຈັກຕາມທ້ອງຖະໜົນ; ຂະ ນະທີ່ພານາໂຊນິກ ແລະ ເຄດີດີ ໄອ ຈະເຂົ້າມາລົງທຶນໃນໂຄງການປະຢັດພະລັງງານຂອງເມືອງສ່ວນ ອີອອນ ກໍກຽມເປີດຮ້ານສັບພະສິນຄ້າໃນເມືອງດັ່ງກ່າວ.

ນອກຈາກນີ້, ລາຍງານຍັງລະບຸວ່າ: ບັນດາບໍລິສັດຍີ່ປຸ່ນ ກຳລັງວາງແຜນຈະປູກຕົ້ນຊາກູລະ 3.000 ຕົ້ນ ເພື່ອຊ່ວຍ ເລື່ອງສິ່ງແວດລ້ອມໃນທ້ອງຖິ່ນອີກດ້ວຍ.

ແນວໃດກໍຕາມ, ກະຊວງການຕ່າງປະເທດ ແລະ ອົງການຄວາມຮ່ວມມືລະຫວ່າງປະເທດ ແຫ່ງຍີ່ປຸ່ນ ( ໄຈກ້າ ) ຈະຊ່ວຍ ສະໜັບສະໜູນໃຫ້ພາກເອກກະຊົນ ເຂົ້າລົງທຶນໃນໂຄງການດັ່ງກ່າວຂອງຫວຽດນາມ ດ້ວຍການ ຊ່ວຍເຫຼືອ ດ້ານການວິໄຈ ແລະ ການເຈລະຈາກັບລັດຖະບານຫວຽດນາມ; ຂະນະທີ່ເງິນທຶນສຳລັບການລົງທຶນຈະມາຈາກການ ເພີ່ມທຶນຂອງບໍລິສັດເອງ ກໍຄືໂຄງການຄວາມຊ່ວຍເຫຼືອ ເພື່ອການພັດທະນາຂອງລັດຖະບານຍີ່ປຸ່ນ ( ໂອດີເອ ) ເຊັ່ນ ການໃຫ້ເງິນກູ້, ການສະໜັບສະໜູນດ້ານເຕັກນິກລວມເຖິງມາຈາກການອຸດໜູນຂອງລັດຖະບານຫວຽດນາມ.