ທ່ານ ນາງ ສົມຈັນ ສິງທະບຸດ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ທັງເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ( ສສ ນວ ) ຊຸດທີ I ພ້ອມຄະນະລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສະມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ນວ ຊຸດ I ໃຫ້ປະຊາຊົນຢູ່ບ້ານສະພັງເມິກ ແລະ ສີວິໄລ ເມືອງໄຊທານີ ນວ ໃນວັນທີ 15 ກຸມພານີ້.

ທ່ານ ນາງ ສົມຈັນ ສິງທະບຸດ ຍົກໃຫ້ເຫັນວ່າ: ກອງປະຊຸມສະໄໝສະມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16 ຕຸລາ-17 ພະຈິກ 2017 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ; ເຊິ່ງກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ຄາດຄະເນໝົດປີ 2017 ແລະ ແຜນການປີ 2018; ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ຄາດຄະເນໝົດປີ 2017 ແລະ ແຜນການປີ 2018; ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນການປີ 2018; ບົດລາຍງານກ່ຽວກັບຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016, ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງປີ 2018 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຂອງອົງການກວດກາລັດຖະບານກ່ຽວກັບການກວດກາຜົນການກວດສອບບົດສະຫຼຸບຂາດຕົວ ສົກປີ 2013-2014 ແລະ ສົກປີ 2014-2015; ບົດລາຍງານການເຄື່ອນໄຫວຂອງວຽກງານອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງປີ 2018 ຂອງສະພາແຫ່ງຊາດ ຊຸດທີ VIII, ເນື້ອໃນການຕິດຕາມກວດກາ ປະຈໍາປີ 2018 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2018 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ບັນດາກົດໝາຍ 15 ສະບັບ.

ສໍາລັບກອງປະຊຸມສະພາປະຊາຊົນ ນວ ຊຸດ I ໄດ້ເຫັນດີເປັນເອກະພາບ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາປີ 2017 ແລະ ແຜນການປີ 2018 ຂອງ ນວ; ແຜນວຽກຈຸດສຸມຂອງປີທ່ອງທ່ຽວ ປີ 2018 ຂອງ ນວ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງປີ 2018 ຂອງສານປະຊາຊົນ, ຂອງອົງການໄອຍະການ ແລະ ວຽກງານປກຊ-ປກສ ນວ ແລະ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງປີ 2018 ຂອງສະພາປະຊາຊົນ ນວ.