ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກຸມພາ ຜ່ານມາວ່າ: ຫຼັງຈາກເກີດເຫດທ້າວ ນິໂຄລາດ ຄຣູດ ອາຍຸ 19 ປີ, ໃຊ້ອາວຸດປືນ ໄຣເຟີ້ນ AR-15 ກໍ່ເຫດຍິງບັນດາກຸ່ມນັກຮຽນ ແລະ ຄູ-ອາຈານ ຢູ່ໃນໂຮງຮຽນມັດທະຍົມຕອນປາຍ ມາຈໍຣີ ສະໂຕນແມນ ດັກລາດ ເມືອງພາແລນ ລັດຟໍຣິດາ ສະຫະລັດອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ ແລະ ໄດ້ຮັບບາດເຈັບອີກ 10 ກວ່າຄົນ; ໃນນີ້, ມີຜູ້ໄດ້ຮັບບາດເຈັບສາຫັດ 2 ຄົນ, ເຊິ່ງກຳລັງນອນປິ່ນປົວຢູ່ໂຮງໝໍ. ສ່ວນ ທ້າວ ນິໂຄລາດ ຄຣູດ ຜູ້ກໍ່ເຫດ, ເຈົ້າໜ້າທີ່ໄດ້ໄດ້ນຳຕົວໄປຝາກຂັງຢູ່ຄ້າຍຄຸມຂັງ-ດັດສ້າງ ແລະ ຕັ້ງຂໍ້ຫາຂ້າຄົນຕາຍ ໂດຍວາງແຜນໄວ້ລ່ວງໜ້າ 17 ຂໍ້ຫາ.

ທ່ານ  ເບນ ເບນໄນ ຜູ້ນຳໃຊ້ອິນເຕີເນັດ ກ່າວວ່າ: ຜູ້ກ່ຽວເຄີຍເຫັນຂໍ້ຄວາມຂອງທ້າວ ນິໂຄລາດ ຄຣູດ ທີ່ຂຽນລົງໃນ ຢູທູບ ວ່າ: ຜູ້ກ່ຽວກຳລັງຈະເປັນມືປືນຍິງຜູ້ຄົນຢູ່ໃນໂຮງຮຽນ ເຊິ່ງທ້າວ ເບນ ເບນໄນ ໄດ້ໃຫ້ຄວາມສົນໃຈຫຼາຍໃນ ເລື່ອງດັ່ງກ່າວ. ຈາກນັ້ນ, ຈຶ່ງໄດ້ສົ່ງເລື່ອງໄປຫາສຳນັກງານສືບສວນ-ສອບສວນຂອງສະຫະລັດອາເມລິກາ (FBI), ເຊິ່ງຂອງ FBI ກໍມີຖະແຫຼງການອອກມາວ່າ: ໃນເດືອນກັນຍາ 2017, ສຳນັກງານສືບສວນເຄີຍໄດ້ຮັບຂໍ້ຄວາມທີ່ ເປັນການສະແດງຄວາມເຫັນໃນຢູ່ທູບເຊັ່ນດຽວກັນຈຶ່ງໄດ້ມີການກວດສອບຂໍ້ມູນ ແລະອື່ນໆ ແຕ່ບໍ່ສາມາດຮູ້ຕົວຕົນ ບຸກຄົນທີ່ຂຽນຂໍ້ຄວາມນັ້ນໄດ້ຢ່າງຊັດເຈນ.

ທ່ານ ໂດນັນ ທຣຳ ປະທານາທິບໍດີຂອງສະຫະລັດອາເມລິກາ ກ່າວຖະແຫຼງຜ່ານທາງໂທລະພາບ ໃນວັນທີ 15 ກຸມພາ ວ່າ: ສະຫະລັດອາເມລິກາ ກຳລັງຢູ່ໃນສະພາບແຫ່ງຄວາມເສົ້າສະຫຼົດໃຈ ແລະ ທ່ານຈະເດີນທາງໄປກວດກາເບິ່ງໂຮງ ແຮງມັດທະຍົມຕອນປາຍແຫ່ງທີ່ເກີດເຫດໃນລັດຟໍຣິດາ, ຖືເປັນເຫດການຍິງຜູ້ຄົນໃນໂຮງຮຽນເປັນຄັ້ງທີ 18 ແລ້ວ ນັບແຕ່ຕົ້ນປີ 2018 ເປັນຕົ້ນມາ. ນອກຈາກນັ້ນ, ທ່ານຍັງໄດ້ຮັບສັນຍາວ່າຈະໃຫ້ຄວາມສຳຄັນກັບເລື່ອງຄວາມ ປອດໄພໃນສະຖານສຶກສາເປັນບັນຫາສຳຄັນທຳອິດ ເມື່ອມີການປະຊຸມປຶກສາຫາລືຮ່ວມກັບຜູ້ວ່າການ ແລະ ໄອຍະ ການຂອງລັດໃນທ້າຍເດືອນກຸມພານີ້,

ກ່ອນໜ້ານີ້, ປະທານາທິບໍດີ ໂດນັນ ທຣຳ ມີຄຳສັ່ງໃຫ້ຫຼຸດທຸງລົງເຄິ່ງເສົາ ຕາມສະຖານທີ່ລັດຖະການຂອງລັດ ເຊັ່ນ: ສະຖານທູດ, ອາຄານສຳນັກງານຂອງລັດຖະບານ ແລະ ຄ້າຍທະຫານ-ຕຳຫຼວດ ເປັນຕົ້ນເພື່ອສະແເດງຄວາມອາ ໄລຕໍ່ເຫດການທີ່ເກີດຂຶ້ນໃນຄັ້ງນີ້.