ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 19 ກຸມພາ ທີ່ຜ່ານມາ ວ່າ: ເຮືອບິນ ATR-72 ຂອງສາຍການບິນອາ ເຊມານ ແອລາຍ ປະເທດອີຣານ ເດີນທາງ ອອກຈາກນະຄອນຫຼວງເຕຫະຣານ ມຸ່ງໜ້າລົງໃຕ້ໄປຫາເມືອງຢາຊຸດ ແຂວງອິດສະຟາຣານ ໃນວັນທີ 18 ກຸມພາທີ່ຜ່ານມາ, ເຊິ່ງມີຜູ້ໂດຍສານ ແລະ ຈຸບິນທັງໝົດ 66 ຄົນ ແຕ່ໄດ້ເກີດ ເຫດຕົກຢູ່ໃກ້ເມືອງເຊມິຣອມ ຫ່າງຈາກແຂວງ ອິດສະຟາຮານ ແລະ ຫ່າງຈາກນະຄອນຫຼວງເຕຫະຣານ ໄປທາງໃຕ້ ປະມານ 620 ກິໂລແມັດ.

ສະຖານີໂທລະພາບຂອງອີຣານ ລາຍງານວ່າ: ເຮືອບິນລຳດັ່ງກ່າວໄດ້ຂາດການຕິດຕໍ່ຈາກຈໍເຣດາ ຫຼັງຈາກບິນຂຶ້ນສູ່ ທ້ອງຟ້າຈາກສະໜາມບິນນະຄອນຫຼວງເຕຫະຣານ ໄດ້ 50 ນາທີ. ເຈົ້າໜ້າທີ່ທາງການ  ເມືອງເຊມິຣອມ ແຈ້ງວ່າ: ເຮືອບິນກູ້ໄພບໍ່ສາມາດລົງຈອດໃນພື້ນທີ່ເກີດເຫດໄດ້ເນື່ອງ ຈາກມີໝອກຫຼາຍ ເຈົ້າໜ້າທີ່ຈຶ່ງພະຍາຍາມຈະເຂົ້າໄປ ທາງບົກແທນ; ຫຼ້າສຸດສາຍການບິນແຈ້ງວ່າ: ຜູ້ໂດຍສານ 60 ຄົນ ແລະ ຈຸບິນ 6 ຄົນ ເສຍຊີວິດໝົດ.

ປະເທດອີຣານ ເກີດອຸບັດຕິເຫດ ເຮືອບິນຕົກຫຼາຍຄັ້ງໃນໄລ ຍະ 2-3 ປີທີ່ຜ່ານມາ; ເຊິ່ງທາງການໂທດວ່າເພາະມາດ ຕະການຄວ້ຳບາດຂອງສະຫະລັດອາເມລິກາ ເຮັດໃຫ້ບໍ່ສາມາດສັ່ງຊື້ເຮືອບິນລຳໃໝ່ ຫຼື ອາໄຫຼ່ຈາກບໍລິສັດ ຕາເວັນ ຕົກໄດ້.