ສຳນັກຂ່າວຕ່າງປະເທດລາຍ ງານໃນວັນທີ 18 ກຸມພາ ທີ່ຜ່ານມາວ່າ: ລັດຖະບານຍີ່ປຸ່ນ ອະນຸ ມັດແຜນຂະຫຍາຍ ເວລາທີ່ຊາວຍີ່ປຸ່ນ ຈະຂໍຮັບເງິນບຳນານໄດ້ໄປເຖິງອາຍຸຫຼາຍກວ່າ 71 ປີ; ຈາກໃນປັດຈຸບັນ, ຢູ່ທີ່ອາຍຸ 60-70 ປີ ເພື່ອໃຫ້ຊາວຍີ່ປຸ່ນສາມາດເຮັດວຽກໄດ້ດົນຂຶ້ນ ພ້ອມຈະຊຸກຍູ້ໃຫ້ພາກເອກະຊົນຕໍ່ອາຍຸການ ຫຼື ຂະຫຍາຍໂຄງການ ຈ້າງງານຫຼັງຈາກຮັບເບ້ຍບຳນານແລ້ວ ເພື່ອເປັນການແກ້ໄຂບັນຫາຂາດເຂີນແຮງງານ.

ລັດຖະບານຍີ່ປຸ່ນ ກຳລັງຊຸກຍູ້ແຜນການດັ່ງກ່າວດ້ວຍການກຽມແກ້ໄຂກົດໝາຍທີກ່ຽວຂ້ອງໃນປະມານ 2020 ເພື່ອສະໜັບສະໜູນໃຫ້ຊາວຍີ່ປຸ່ນທີ່ອາຍຸຫຼາຍກວ່າ 60 ປີ ສາມາດເຮັດວຽກຕໍ່ໄປໄດ້ ລວມເຖິງຈະຕໍ່ອາຍຸການ ຂອງພະນັກງານລັດຖະກອນ ຈຳນວນ 3.4 ລ້ານຄົນ ໄປເປັນ 65 ປີ ຈາກ 60 ປີ ໃນປັດຈຸບັນ.

ຕາມກົດໝາຍຂອງປະເທດຍີ່ປຸ່ນ ແລ້ວຊາວຍີ່ປຸ່ນສາມາດ ເລືອກຮັບເງິນບຳນານໄດ້ໃນໄລຍະ 60-70 ປີ ໂດຍຖ້າ ຫາກເລືອກ ຮັບເງິນຫຼັງອາຍຸ 65 ປີ ຈະໄດ້ຮັບເງິນບຳນານລາຍເດືອນເພີ່ມຂຶ້ນ ແຕ່ບໍລິສັດຍີ່ປຸ່ນສ່ວນໃຫຍ່ກຳ ໜົດໃຫ້ພະນັກງານກະສຽນຕອນອາຍຸ 60 ປີ ເຮັດໃຫ້ການກະສຽນງານຫຼັງ 60 ປີ ເກີດຂຶ້ນໜ້ອຍ.

ນອກຈາກນີ້, ລັດຖະບານຍີ່ ປຸ່ນ ຈະສົ່ງເສີມການພັດທະນາເທັກ ໂນໂລຊີ ແລະ ນະວັດຕະກຳຕ່າງໆ ເຊັ່ນ: ລະບົບການ ຂັບຂີ່ລົດອັດຕະ ໂນມັດ ແລະ ຫຸ່ນຍົນພະຍາບານ ເພື່ອຊ່ວຍໃຫ້ຜູ້ອາຍຸສູງ ສາມາດ ເຮັດວຽກໄດ້ງ່າຍຂຶ້ນ.

ນາຍົກລັດຖະມົນຕີ ຊິນໂຊະ ອາເບະ ຂອງຍີ່ປຸ່ນ ກ່າວວ່າ: ຫຼາຍພື້ນທີ່ຄາດວ່າຈະມີຈຳນວນປະຊາກອນຫຼຸດລົງ ຂະນະ ທີ່ກຸ່ມຜູ້ອາຍຸສູງກຳລັງປັບຕົວຂຶ້ນເລື້ອຍໆ, ການສ້າງສັງຄົມທີ່ມີຜູ້ຄົນຈາກທຸກໄວທຸກອາຍຸ ສາມາດມີສ່ວນຮ່ວມ ຊຸກຍູ້ ແລະ ພັດທະນາສັງຄົມໄດ້ໃນວົງກວ້າງ ຈຶ່ງເປັນເລື່ອງສຳຄັນ. ກຸ່ມຜູ້ອາຍຸສູງໃນປັດຈຸບັນມີສຸຂະພາບແຂງແຮງກວ່າ ຄົນຮຸ່ນກ່ອນໆ ແລະ ມີຄວາມກະຕືລືລົ້ນຫຼາຍທັງໃນການເຮັດວຽກ ແລະ ການມີສ່ວນຮ່ວມກັບກິດຈະກຳທາງສັງຄົມ ຕ່າງໆ.

ດ້ານສຳນັກຂ່າວຕ່າງປະເທດ ລາຍງານວ່າ: ຍີ່ປຸ່ນ ປະສົບບັນຫາຂາດເຂີນແຮງງານ ນັບຕັ້ງແຕ່ໄລຍະປີ 1970 ເນື່ອງຈາກອັດຕາການເກີດໃນປະເທດຫຼຸດລົງຕໍ່ເນື່ອງ ໂດຍລັດຖະບານຍີ່ປຸ່ນ ຄາດວ່າຈຳນວນປະຊາກອນຈະຫຼຸດລົງ ມາຢູ່ທີ 88 ລ້ານຄົນ, ໃນອີກ 40 ປີຂ້າງໜ້າຈາກໃນປັດຈຸບັນຢູ່ທີ່ 127 ລ້ານຄົນ; ຂະນະທີ່ກົດໝາຍຮັບຜູ້ອົບພະ ຍົບເຂົ້າມາເຮັດວຽກໃນປະເທດຂອງຍີ່ປຸ່ນ ກໍຍັງບໍ່ໄດ້ມີການແກ້ໄຂໃດໆເຊັ່ນກັນ.

ລາຍງານລະບຸຕື່ມວ່າ: ດ້ວຍເຫດນີ້, ທ່ານ ອາເບະ ຈຶ່ງພະຍາຍາມຊຸກຍູ້ໃຫ້ຜູ້ອາຍຸສູງ ຍັງສາມາດເຮັດວຽກຕໍ່ໄດ້ ແລະ ມີສ່ວນຮ່ວມໃນກິດຈະກຳສັງຄົມ, ເຊິ່ງເປັນສ່ວນໜຶ່ງຂອງການປະຕິຮູບແບບການເຮັດວຽກ ເພື່ອກະຕຸ້ນປະສິດທິ ພາບການຜະລິດ ແລະ ການຂະຫຍາຍຕົວທາງເສດຖະກິດ.