ຂ່າວຕ່າງປະເທດລາຍງານວ່າ: ເກີດເຫດເຮືອບິນເຮລີກົບແຕ ນຳເຈົ້າໜ້າທີ່ລະດັບສູງບິນສຳຫຼວດ ພື້ນທີ່ປະສົບໄພ ແຜ່ນດິນໄຫວທາງພາກໃຕ້ຂອງປະເທດແມັກຊິກ ຕົກຂະນະລົງຈອດເຮັດໃຫ້ຄົນ ຢູ່ໃນເຂດພື້ນທີ່ດັ່ງກ່າວເສຍຊີວິດ 13 ຄົນ ເປັນເດັກນ້ອຍ 3 ຄົນ.

ສຳນັກງານໄອຍະການລັດວາຮາກາ ທາງພາກໃຕ້ຂອງແມັກຊິກ ຖະແຫຼງໃນວັນທີ 18 ກຸມພານີ້ ວ່າ: ລັດຖະມົນຕີກະ ຊວງປ້ອງກັນປະເທດ ແລະ ຜູ້ວ່າການລັດ ທີ່ຢູ່ໃນເຮືອບິນລຳດັ່ງກ່າວບໍ່ໄດ້ຮັບບາດເຈັບ ເມື່ອເຮືອບິນຕຳຫຼັງຄາລົດ ຕູ້ທີ່ຈອດຢູ່ເດີ່ນ. ໃນຂະນະທີ່ກຳລັງລົງຈອດ, ຫຼັງຈາກສິ້ນສຸດ ການສຳຫຼວດຄວາມເສຍຫາຍຂອງເມືອງຊານເຕຍໂກ  ຈາມິນ ເຕເປັກ ທີ່ເກີດແຜ່ນດິນໄຫວຂະໜາດ 7.2 ຣິກເຕີ ໃນວັນທີ 16 ກຸມພາຜ່ານມາ, ເຮັດໃຫ້ຜູ້ຢູ່ເທິງພື້ນດິນ ເສຍຊີວິດທັນທີ 12 ຄົນ, ເສຍຊີວິດຢູ່ໂຮງໝໍອີກ 1 ຄົນ ແລະ ໄດ້ຮັບບາດເຈັບອີກ 15 ຄົນ.

ຜູ້ສື່ຂ່າວຢູ່ເທິງເຮືອບິນເຮລີກົບແຕ ລຳດັ່ງກ່າວເປີດເຜີຍວ່າ: ນັກບິນບັງຄັບເຮືອບິນລົງຈອດ ບ່ອນທີ່ວ່າງທີ່ຢູ່ໃກ້ ກັບເຮືອນຂອງ ປະຊາຊົນ ເຮັດໃຫ້ເກີດຝຸ່ນປິວ ກະຈາຍໄປທົ່ວທຸກບ່ອນກ່ອນຕົກ ລົງກະທົບກັບພື້ນດິນ, ເຊິ່ງເຫດ ການດັ່ງກ່າວ ໄດ້ເຮັດໃຫ້ຍາດພີ່ ນ້ອງຂອງຜູ້ເສຍຊີວິດພາກັນປະ ທ້ວງຕໍ່ທາງການລັດຖະບານ. ພົອ ຊັນວາດໍ ຊຽນຟົວໂກດ ລັດຖະມົນຕີກະຊວງປ້ອງກັນປະເທດຂອງແມັກຊິກ ໄດ້ເດິນທາງໄປທີ່ເກີດເຫດ ເພື່ອຂໍໂທດປະຊາຊົນ ແລະ ພ້ອມຈະຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ.

ສຳລັບເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນນັ້ນເຮັດໃຫ້ເຮືອນປະຊາຊົນຫຼາຍຮ້ອຍຫຼັງຄາໃນເມືອງ ຊານເຕຍໂກ ຈາມິນເຕເປັກ ທີ່ຫ່າງຈາກສູນກາງແຜ່ນດິນໄຫວ 45 ກິໂລແມັດ ບໍ່ມີໄຟຟ້າໃຊ້. ນອກນັ້ນ, ຍັງມີຄວາມເສຍຫາຍ ຫຼາຍຢ່າງ, ເຊິ່ງເຈົ້າໜ້າທີ່ກຳລັງກວດສອບຄວາມເສຍຫາຍຢ່າງລະອຽດ. ກ່ອນໜ້ານີ້ໃນວັນທີ 19 ກັນຍາ ປີ 2016, ເມືອງຊານເຕຍໂກ ຈາມິນເຕເປັກ ແລະ ນະຄອນຫຼວງແມັກຊິກໂກ ຊີຕີ ກໍເຄີຍເກີດເຫດ ແຜ່ນດິນໄຫວຂັ້ນຮ້າຍ ແຮງຂະໜາດ 7.1 ຣິກເຕີ ເຮັດໃຫ້ມີຜູ້ ເສຍຊີວິດ 370 ຄົນ ແລະ ໄດ້ຮັບບາດເຈັບ 6.000 ຄົນ, ເຊິ່ງສ້າງ ຄວາມເສຍຫາຍຢ່າງຫຼາຍຫຼວງໃນຄັ້ງນັ້ນ.