ຂ່າວຕ່າງປະເທດລາຍງານວ່າ: ສານປະຊາຊົນປາກິດສະຖານຕັດສິນປະຫານຊີວິດຊາຍອາຍຸ 24 ປີ, ທີ່ກໍ່ເຫດຂ້າຂົ່ມ ຂືນເດັກນ້ອຍຍິງ ອາຍຸ 7 ປີ, ນອກນັ້ນ, ຜູ້ຖືກຫາຍັງມີຄະດີອື່ນໆນຳອີກ.

ສານປະຊາຊົນໃນປະເທດປາກິດສະຖານ ຕັດສິນປະຫານຊີວິດ ທ້າວ ອິມຣານ ອາລີ ອາຍຸ 24 ປີ. ຫຼັງຈາກກໍ່ເຫດຂົ່ມ ຂືນ ແລະ ຄາດຕະກຳເດັກນ້ອຍຍິງ ໄຊນັບ ອັນຊາຣີ ອາຍຸ 7 ປີ, ເຊິ່ງສົບຖືກ ພົບຢູ່ໃນເດີ່ນຖິ້ມຂີ້ເຫຍື້ອໃນເມືອງ ຄາຊູ  ທາງພາກໃຕ້ຂອງເມືອງລາຮໍ ປະເທດປາກິດສະຖານ ໃນວັນທີ 9 ມັງກອນ ຜ່ານມາ.

ຜູ້ເຄາະຮ້າຍຖືກລັກພາຕົວອອກຈາກພື້ນທີ່ໃກ້ບ້ານຂອງຜູ້ກ່ຽວ ໃນເມືອງຄາຊູ ໃນວັນທີ 4 ມັງກອນ, ຂະນະທີ່ພໍ່ -ແມ່ຂອງຜູ້ກ່ຽວໄປສະແຫວງບຸນທີ່ປະເທດ ອາຣັບບີ ຊາອຸດິດ ແລະ ໃນວັນ ຕໍ່ມາ ລຸງຂອງເດັກນ້ອຍຍິງ ຈຶ່ງໄດ້ເຂົ້າ ແຈ້ງຄວາມຄົນຫາຍຕໍ່ເຈົ້າໜ້າທີ່ຕຳຫຼວດ.

ຄະດີດັ່ງກ່າວ, ເຮັດໃຫ້ເກີດການຊຸມນຸມປະທ້ວງເພື່ອຮຽກຮ້ອງໃຫ້ເຈົ້າໜ້າທີ່ຕຳຫຼວດຊອກ ຄົນຮ້າຍມາລົງໂທດໂດຍ ໄວ ຈົນເກີດເຫດມີການຕໍ່ສູ້ກັນຂຶ້ນ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫຼາຍຄົນ.

ທ່ານ ເອເຕຊາມ ຄາເດຍຊາ ຫົວໜ້າໄອຍະການສູງສຸດ ລັດປັນຈາບ ປະກາດຄຳພິພາກສາຂອງສານເມືອງລາຮໍ ໃນງານຖະແຫຼງຂ່າວຜ່ານທາງໂທລະພາບ ໃນວັນ ທີ 17 ກຸມພາ ຜ່ານມາ, ໂດຍທ້າວ ອິມຣານ ອາລີ ຖືກຕັດສິນວ່າມີ ຄວາມຜິດແທ້ ໃນຂໍ້ຫາຄາດຕະກຳ, ລັກພາຕົວ, ຂົ່ມຂືນ ແລະ ມີພຶດຕິກຳກໍ່ການຮ້າຍ ແລະ ຖືກຕັດສິນ ໃຫ້ລົງໂທດ ປະຫານຊີວິດ ໃນ 4 ຂໍ້ຫາ. ນອກຈາກນັ້ນ, ຜູ້ກ່ຽວ ຍັງຖືກລົງໂທດຈຳຄຸກຕະຫຼອດຊີ ວິດໃນຂໍ້ຫາຮ່ວມເພດຜິດທຳມະ ຊາດກັບເດັກນ້ອຍ

ເຈົ້າໜ້າທີ່ຕຳຫຼວດ ເມືອງປັນຈາບ ຍັງໄດ້ສືບຕໍ່ສືບສວນຜູ້ຖືກຫາຄົນນີ້ຕື່ມອີກ; ເຊິ່ງຄາດວ່າຈະມີສ່ວນກ່ຽວຂ້ອງ ກັບຄະດີຄາດຕະກຳ ແລະ ທຳຮ້າຍຮ່າງກາຍເດັກນ້ອຍຍິງຄົນອື່ນໆອີກໃນເຂດທ້ອງຖິ່ນໃກ້ຄຽງຕະຫຼອດໄລຍະ 2 ປີ ຜ່ານມາ, ເຮັດໃຫ້ປະຊາຊົນຈຳນວນໜຶ່ງບໍ່ພໍໃຈ ແລະ ຕຳໜິເຈົ້າໜ້າທີ່ຕຳຫຼວດວ່າ:  ຄວນຈະຮູ້ ຕົວຄົນຮ້າຍທີ່ກໍ່ ເຫດໄດ້ໄວກວ່ານີ້ ໂດຍທ້າວ ອິມຣານ ອາລີ ຈະຖືກສືບສວນໃນຄະດີອື່ນໆອີກຕໍ່ໄປ.