ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ເປີດຝຶກອົບຮົມການແນະນຳ ແລະ ການນຳໃຊ້ລະບົບຖານຂໍ້ມູນລັດຖະກອນແບບທັນສະໄໝ (PIM) ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນ ກຊສ ໃນວັນທີ 19 ກຸມພາ 2018; ໂດຍເປັນການເປັນປະທານຂອງ ທ່ານ ໄຊຍະເວດ ວິໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກຊສ ມີບັນດາຫ້ອງການ, ກົມ, ກອງ, ສະຖານບັນ ແລະ ສູນອ້ອມຂ້າງຈຳນວນ 36 ສະຫາຍເຂົ້າຮ່ວມ.

ທ່ານ ໄຊຍະເວດ ວິໄຊ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມໝາຍ ແລະ ຄວາມສຳຄັນຫຼາຍກ່ຽວກັບວຽກງານສົ່ງເສີມຍົກລະດັບ ແລະ ພັດທະນາບຸກຄະລາກອນຂອງລັດ ໃຫ້ມີຄຸນນະພາບໃນການບໍລິຫານວຽກງານຢູ່ແຕ່ລະຂັ້ນໃຫ້ທົ່ວເຖິງ ແລະ ມີຜົນສຳເລັດຕາມແຜນທີ່ວາງໄວ້, ພ້ອມທັງກໍເພື່ອຈັດຕັ້ງຜັນຂະຫຍາຍແຜນການ ກໍຄືຍຸດທະສາດການພັດທະນາ ແລະ ຄຸ້ມຄອງພະນັກງານຂອງຂະແໜງການ ຊສ, ເພື່ອເກັບກຳ ແລະ ຄຸ້ມຄອງຂໍ້ມູນພະນັກງານ-ລັດຖະກອນໃຫ້ເປັນການທັນສະໄໜ, ຖືກຕ້ອງ, ຊັດເຈນ ແລະ ເປັນບ່ອນອີງໃຫ້ແກ່ພະນັກງານ-ລັດຖະກອນຜູ້ທີ່ເຮັດວຽກງານຈັດຕັ້ງມີມາດຖານໃນການປະຕິບັດໜ້າທີ່ໃຫ້ມີການພັດທະນາຕົນໃຫ້ດີຂຶ້ນ.

ການຝຶກອົບຮົມຈະດຳເນີນເປັນເວລາ 5 ວັນ (19-23 ກຸມພາ 2018); ເຊິ່ງນັກສໍາມະນາກອນຈະໄດ້ຮຽນຮູ້ການຕິດຕັ້ງລະບົບ ແລະ ການເຂົ້າລະບົບ PIMS ແລະ ທົດລອງການຕິດຕັ້ງໂປຼແກມຕົວຈິງ, ການບັນຈຸລັດຖະກອນໃໝ່ ແລະ ການເລື່ອນລັດຖະກອນຝຶກງານເປັນສົມບູນ, ການເລື່ອນຊັ້ນ-ຂັ້ນ, ການຍົກຍ້າຍລັດຖະກອນໄປປະຈຳການຢູ່ບ່ອນອື່ນ, ຍົກຍ້າຍພາຍໃນກະຊວງ ແລະ ຍົກຍ້າຍເຂົ້າມາຈາກພາກສ່ວນອື່ນ, ການຍົກລະດັບພະນັກງານໄປຮຽນຕໍ່ພາຍໃນ ແລະ ຕ່າງປະເທດ, ການປ່ຽນຕຳແໜ່ງ, ການອອກຈາກການເປັນລັດຖະກອນ, ການດັດແກ້ຊັ້ນ-ຂັ້ນ ແລະ ດັດແກ້ປີການ, ບັນຊີຈຳນວນພົນຜ່ານລະບົບ PIMS (ແຈ້ງຫຼຸດ-ແຈ້ງເພີ່ມ) ແລະ ການປ້ອນຂໍ້ມູນຈາກແບບຟອມຂໍ້ມູນລັດຖະກອນລົງໃສ່ຖານຂໍ້ມູນລັດຖະກອນລົງໃສ່ຖານຂໍ້ມູນລັດຖະກອນ.