ໃນວັນທີ 12 ກຸມພາ 2018, ເຈົ້າໜ້າທີ່ທະຫານກອງຮ້ອຍຊາຍແດນ 122 ປະຈໍາເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກກວດກາລາດຕະເວນຕາມຊາຍແດນແມ່ນໍ້າຂອງລາວ-ມຽນມາ ພົບຜູ້ຖືກສົງໄສເພດຊາຍ 2 ຄົນ ຢູ່ແຄມຝັງນໍ້າຂອງ ຢູ່ເຂດບ້ານຫ້ວຍຕ້າງ ເມືອງຕົ້ນເຜິ້ງ ຈຶ່ງເຂົ້າຈັບຕົວໄດ້ 1 ຄົນ ແລະ ອີກ 1 ຄົນເອົາຕົວຫຼົບໜີ ພົບເຫັນຢາບ້າຈໍານວນ 300.000 ເມັດ.

ເຈົ້າໜ້າທີ່ທະຫານກອງຮ້ອຍຊາຍແດນ 122 ໃຫ້ຮູ້ວ່າ: ໃນວັນທີ 12 ກຸມພາ 2018 ໄດ້ຈັດກໍາລັງອອກກວດກາຄວາມເປັນລະບຽບຮຽບຮ້ອຍຕາມປົກກະຕິຕາມແມ່ນໍ້າຂອງເຂດຊາຍແດນລາວ-ມຽນມາ. ພໍໄປຮອດເຂດບ້ານຫ້ວຍຕ້າງ ເມືອງຕົ້ນເຜິ້ງ ພົບເຫັນຜູ້ຊາຍສອງຄົນມີທ່າທີ່ຜິດພິລຸດ, ຈຶ່ງເຂົ້າໄປຫາໃນຂະນະນັ້ນຜູ້ຊາຍສອງຄົນໄດ້ເອົາຕົວຫຼົບໜີ ເຈົ້າໜ້າທີ່ຈຶ່ງໄລ່ຈັບໄດ້ 1 ຄົນ ຊື່ທ້າວ ຈ່າພະ ອາຍຸ 19 ປີ ບ້ານປຸ່ງ ເມືອງທ່າຂີ້ເຫຼັກ ແຂວງຊຽງຕຸ່ງ ປະເທດມຽນມາ ພົບເຫັນຢາບ້າຢູ່ເຂດໃກ້ຄຽງ ຈໍານວນ 3 ເປົາ ເທົ່າກັບ 300.000 ເມັດ ສ່ວນອີກຄົນ 1 ແມ່ນເອົາຕົວຫຼົບໜີ.

ຜ່ານການສອບສວນ ທ້າວ ຈ່າພະ ຜູ້ກ່ຽວສາລະພາບໃນເບື້ອງຕົ້ນວ່າ: ຢາບ້າຈໍານວນດັ່ງກ່າວບໍ່ແມ່ນຂອງຜູ້ກ່ຽວ ແຕ່ເປັນຜູ້ຮັບຈ້າງຂົນສົ່ງຈາກປະເທດຕົ້ນທາງ ມາສົ່ງໃຫ້ຂະບວນການຄ້າຂາຍຢາເສບຕິດຢູ່ຝັ່ງປະເທດລາວ ບໍ່ທັນຮອດຈຸດໝາຍກໍຖືກເຈົ້າໜ້າທີ່ທາງການລາວຈັບຕົວໄດ້ກ່ອນ. ປັດຈຸບັນ, ເຈົ້າໜ້າທີ່ໄດ້ສືບສວນຂະຫຍາຍຜົນ ເພື່ອຊອກຫາຂະບວນການຄ້າຂາຍຢາເສບຕິດມາດໍາເນີນຄະດີຕາມລະບຽບກົດໝາຍ.