ກຽມຕິດຕັ້ງສູນຂໍ້ມູນ ຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງລາວ

0
1009

ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ປະເທດຮົງກາລີ ຈັດພິທີຢັ້ງຢືນກະກຽມວຽກງານການຕິດຕັ້ງສູນຂໍ້ມູນຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງ (ລະບົບບັດປະຈຳຕົວ ໄລຍະ 1) ໃນວັນທີ 11 ກັນຍາ 2020, ທີ່ສໍານັກງານໃຫຍ່ ບໍລິສັດສະຕາໂທລະຄົມ (ຢູນີເທວ). ໂດຍມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ທ່ານ ເປແຕ ຊິອາໂຕ ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ, ທ່ານ ເຈິນ ແອັງ ດຶກ ອໍານວຍການ ບໍລິສັດພອນຊິດສເຕິມ ແລະ ທ່ານ ລິວ ແມັງ ຮາ ຜູ້ອໍານວຍການໃຫຍ່ ບໍລິສັດສະຕາໂທລະຄົມຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ເປແຕ ຊິອາໂຕ ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈທີ່ບໍລິສັດຂອງຮົງກາລີ ໄດ້ປະກອບສ່ວນເຂົ້າໃນການພັດທະນາ ຂະແໜງກະສິກຳ, ການຄຸ້ມຄອງນໍ້າ ແລະ ການຫັນເປັນດີຈີຕອນຂອງ ສປປ ລາວ. ລັດຖະບານຮົງກາລີ ໄດ້ຈັດຕັ້ງປະຕິໂຄງການຢູ່ໃນ ສປປ ລາວ ທັງໝົດ 9 ໂຄງການ ໃນຂອບເຂດການຮ່ວມມື ເຊິ່ງຕົກເປັນມູນຄ່າເກືອບ 200 ລ້ານໂດລາສະຫະລັດ ແລະ ໜຶ່ງໃນເກົ້າໂຄງການທີ່ສຳຄັນແມ່ນໂຄງການຫັນເປັນທັນສະໄໝຂອງລະບົບໄອທີ ກໍຄື ໂຄງການຄຸ້ມຄອງພົນລະເມືອງລາວ. ຖານຂໍ້ມູນດັ່ງກ່າວ ແມ່ນລະບົບສູນຂໍ້ມູນຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງ, ເຊິ່ງເປັນລະບົບຈັດເກັບຖານຂໍ້ມູນ ໃນການອອກບັດປະຈໍາຕົວ ແລະ ປື້ມສໍາມະໂນຄົວ ໄລຍະ I , ເຊິ່ງບໍລິສັດຜູ້ພັດທະນາ ແລະ ສະໜອງລະບົບສູນຂໍ້ມູນຮັບໃຊ້ໂຄງການແມ່ນ ບໍລິສັດພອນຊິດສເຕິມ ຂອງປະເທດ ຮົງກາລີ.
ລະບົບສູນຂໍ້ມູນຮັບໃຊ້ໂຄງການຄຸ້ມຄອງພົນລະເມືອງ ແມ່ນໄດ້ຕິດຕັ້ງໃສ່ສູນກາງຂໍ້ມູນ (Data Center) ຂອງ ບໍລິສັດສະຕາໂທລະຄົມ, ເຊິ່ງເປັນລະບົບທີ່ໃຫ້ການບໍລິການທີ່ທັນສະໄໝທີ່ສຸດຢູ່ໃນ ສປປ ລາວ ຮັບປະກັນມາດຖານສາກົນ Tier 3. ພາຍຫຼັງຕິດຕັ້ງລະບົບສໍາເລັດ ທາງດ້ານຊອບແວ ແລະ ຮາດແວແລ້ວ, ຖານຂໍ້ມູນດັ່ງກ່າວ ຍັງຈະໄດ້ເອົາຂຶ້ນໃສ່ລະບົບ Cloud Server ຂອງຢຸນີເທວຕື່ມອີກ, ເພື່ອຮັບປະກັນຄວາມປອດໄພຂອງຂໍ້ມູນ, ລະບົບ Cloud Server ຂອງຢຸນີເທວ ເປັນລະບົບທີ່ໃຫ້ການບໍລິການທີ່ທັນສະໄໝທີ່ສຸດ ຢູ່ໃນ ສປປ ລາວ.

ການຮ່ວມມືສອງຝ່າຍ ແມ່ນ ການຮ່ວມມື ຂອງອົງການລັດ ກັບ ບໍລິສັດລັດວິສາຫະກິດ, ນັ້ນກໍຄື ຢູນີເທວ ແລະ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມ ການຄຸ້ມຄອງ, ການບໍລິຫານ ລວມທັງການບໍລິການໃຫ້ແກ່ລັດຖະບານ ແລະ ສັງຄົມ, ຕອບສະໜອງໄດ້ກັບຄວາມຕ້ອງການ “ຫັນເປັນດີຈີຕອນ” ດ້ວຍລະບົບເຕັກໂນໂລຊີ ທີ່ທັນສະໄໝ.
ດ້ວຍຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຂອງກະຊວງປ້ອງກັນຄວາມສະຫງົບ ຕໍ່ກັບປະສົບການ ແລະ ທ່າແຮງຄວາມອາດສາມາດໃນການຈັດຕັ້ງຜັນຂະຫຍາຍ ບັນດາວິທີການທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ຍ້ອນແນວນັ້ນ ບໍລິສັດສະຕາໂທລະຄົມ, ຈິ່ງໄດ້ຄັດເລືອກເອົາເປັນຜູ້ຮ່ວມງານ, ຮ່ວມມືກັບກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໃນການຮັບຝາກສະຖານທີ່ຕູ້ Rack Server ເປັນຈໍານວນຫຼາຍ.