ຮອງປະທານປະເທດ ເຂົ້າຮ່ວມພິທີມອບ-ຮັບໜ້າທີ່ ຮັກສາການເຈົ້າແຂວງສາລະວັນ

0
1050

ໃນວັນທີ 11 ກັນຍາ 2020 ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ເພື່ອເຂົ້າຮ່ວມພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ (ຜູ້ເກົ່າ) ອອກພັກການຮັບອຸດໜູນບຳນານ ແລະ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງ ສູນກາງພັກ ເປັນເລຂາພັກແຂວງ ຮັກສາການເຈົ້າແຂວງສາລະວັນ ໂດຍອີງຕາມເອກະສານເລກທີ 116/ກມສພ ລົງວັນທີ 19/8/2020 ແລະ ເອກະສານເລກທີ 031.ກມສພ ກົມການເມືອງສູນກາງພັກ.

ໃນພິທີ ສະຫາຍ ພັນຄຳ ວິພາວັນ ໄດ້ເນັ້ນໃຫ້ເຈົ້າແຂວງຄົນໃໝ່ ປະສານສົມທົບກັບພະນັກງານຫລັກແຫລ່ງຂອງແຂວງ ເພື່ອຊຸກຍູ້ການປະຕິບັດວຽກງານຕ່າງໆ ແລະ ກຽມກອງປະຊຸມໃຫຍ່ 3 ຂັ້ນຈົນສຳເລັດກອງປະຊຸມໃຫຍ່ຄັ້ງທີ IX ຂອງແຂວງ, ເຊິ່ງການປະຕິບັດວຽກງານ ຕ້ອງເຮັດແບບລວມສູນປະຊາທິປະໄຕ ບຸກຄົນຮັບຜິດຊອບ ຕັດສິນເປັນໝູ່ຄະນະເພື່ອລາຍງານຂັ້ນເທິງ; ຮັກສາຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ ໂດຍສະເພາະແມ່ນຄະນະພັກ ຄວນສົມທົບກັບພະນັກງານາບຳນານ ເພື່ອຖອດຖອນບົດຮຽນ; ຍຶດໝັ້ນມູນເຊື້ອອັນດີງາມ ແລະ ຮັກສາມູນເຊື້ອອັນພິລະອາດຫານ ເພື່ອເປັນການສຶກສາອົບຮົມໃຫ້ແກ່ພະນັກງານຫລັກແຫລ່ງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ການກະກຽມກອງປະຊຸມໃຫຍ່ ຄັ້ງທີ IX ຂອງແຂວງ ຕ້ອງໄດ້ມີການກະກຽມຢ່າງຮອບດ້ານ ທັງດ້ານບຸກຄະລາກອນ, ເນື້ອໃນ ແລະ ຂະບວນການ ໂດຍການຕັດສິນໃຈສົ່ງເສີມອັນດີເລີດ ແລະ ແກ້ໄຂບັນຫາຄົງຄ້າງ. ສຳລັບຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ ຕ້ອງມີຄວາມຮັບຜິດຊອບທາງດ້ານການເມືອງ ໃນການປ່ອນບັດເລືອກຕັ້ງ ແລະ ລົງປະຊາມະຕິ.

ໂອກາດດຽວກັນ, ສະຫາຍ ສີສຸວັນ ວົງຈອມສີ ກໍໄດ້ໃຫ້ຮູ້ວ່າ: ໃນໄລຍະທີ່ທົ່ວແຂວງ ກຳລັງກະກຽມສຸມໃສ່ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອເປັນການປູພື້ນຖານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງແຂວງ, ບັນຫາຫລັກກໍແມ່ນການກໍານົດແນວທາງຍຸດທະສາດ, ແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ການກະກຽມທາງດ້ານບຸກຄະລາກອນ ເພື່ອສະໝັກເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ບັນຫາອື່ນໆທີ່ສຳຄັນຈຳນວນໜຶ່ງ.