ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄຂສົກຮຽນບຳລຸງ-ກໍ່ສ້າງນາຍທະຫານ

0
1783

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກະຊວງປ້ອງກັນປະເທດ ໄດ້ໄຂສົກຮຽນບໍາລຸງ-ກໍ່ສ້າງນາຍທະຫານ ປະຈຳປີ 2020-2021, ເພື່ອຍົກສູງລະດັບຄວາມຮັບຮູ້-ຄວາມເຂົ້າໃຈຕໍ່ພື້ນຖານທິດສະດີ, ຫຼັກມູນວິທະຍາສາດຂອງລັດທິມາກ-ເລນິນ, ແນວທາງແຜນນະໂຍບາຍ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ, ໜ້າທີ່ການເມືອງຂອງກອງທັບ ໃນສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການໃໝ່,ໃນວັນທີ 10 ກັນຍາ 2020, ໂດຍມີ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ມີບັນດຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.

ພັອ ປອ ສົງການ ບຸນຄຸນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ກ່າວວ່າ: ສົກຮຽນປີ 2020-2021, ມີນັກສຶກສາຈໍານວນທັງໝົດ 634 ສະຫາຍ, ໃນນັ້ນນັກສຶກສາເກົ່າ 238 ສະຫາຍ, ນັກສຶກສາເຂົ້າໃໝ່ມີ 308 ສະຫາຍ, ໃນຈຳນວນ 16 ເປົ້າໝາຍ ຄື: ກໍ່ສ້າງປະລິນຍາໂທການທະຫານ ລະບົບ 2 ປີ ຊຸດທີ XIII, ກໍ່ສ້າງປະລິນຍາໂທການເມືອງ ລະບົບ 2 ປີຊຸດທີ XIII, ປະລິນຍາຕີການທະຫານ ລະບົບ 3 ປີຊຸດທີ XI, ປະລິນຍາຕິການເມືອງ ລະບົບ 3 ປີຊຸດທີ XI, ກໍ່ສ້າງຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ຊຸດທີ XVII, ກໍ່ສ້າງທິດສະດີມາກ-ເລນິນ ລະບົບ 1 ປີຊຸດທີ XVIII, ກໍ່ສ້າງການທະຫານກອງພັນໃຫຍ່ ລະບົບ 1 ປີຊຸດທີ VI, ກໍ່ສ້າງການເມືອງກອງພັນໃຫຍ່ ລະບົບ 1 ປີຊຸດທີ VI, ກໍ່ສ້າງການທະຫານກອງພັນນ້ອຍ ລະບົບ 1 ປີຊຸດທີ VI, ກໍ່ສ້າງການເມືອງກອງພັນນ້ອຍ ລະບົບ 1 ປີຊຸດທີ VI, ກໍ່ສ້າງພາສາອັງກິດຊັ້ນສູງ ລະບົບ 4 ປີຊຸດທີ XVI, ກໍ່ສ້າງພາສາຈີນຊັ້ນສູງ ລະບົບ 4 ປີຊຸດທີ XX, ກໍ່ສ້າງພາສາລັດເຊຍຊັ້ນສູງ ລະບົບ 3 ປີຊຸດທີ IV, ກໍ່ສ້າງພາສາຫວຽດນາມຊັ້ນສູງ ລະບົບ 3 ປີຊຸດທີ X, ບຳລຸງພາສາອັງກິດ 10 ເດືອນ, ຊຸດທີ XIV ແລະ ບໍາລຸງວຽກງານການທະຫານທ້ອງຖິ່ນ 3 ເດືອນ ຊຸດທີ V.

ໃນໂອກາດນີ້, ພົອ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ຄູ-ອາຈານ ເອົາໃຈໃສ່ຄົ້ນຄວ້າ ແລະ ແຕ່ງບົດສອນໃຫ້ສອດຄ່ອງກັບໂຄງການຫຼັກສູດ, ຮັບປະກັນລັກສະນະວິທະຍາສາດ, ປະຕິບັດຕາມຕາຕະລາງຂຶ້ນຫ້ອງສິດສອນ ສຸມທຸກຄວາມພະຍາຍາມຖ່າຍຖອດຄວາມຮູ້ດ້ານທິດສະດີ, ປະສົບການ ກໍຄືພຶດຕິກຳຕົວຈິງ, ບົດຮຽນທັງພາຍໃນ ແລະ ຕ່າງປະເທດໃຫ້ນັກຮຽນ, ນັກສຶກສາ ຮັບຮູ້ຢ່າງເປັນລະບົບຄົບຊູດ, ແລະ ມີຄຸນນະພາບ.

ສໍາລັບນັກສຶກສາ ຕ້ອງຕັ້ງໜ້າຄົ້ນຄວ້າ-ສຶກສາຮ່ຳຮຽນ, ກໍາແໜ້ນບົດຮຽນ, ປະສົບການທີ່ຄູອາຈານຖ່າຍຖອດໃຫ້ໜັກແໜ້ນ, ແຂ່ງຂັນກັນຍາດໄດ້ຄະແນນດີ, ຄະແນນເກັ່ງ, ເດັດດ່ຽວຕ້ານຄະແນນຫຼຸດຄາດໝາຍ, ເດັດຂາດຕ້ານທັດສະນະທີ່ຮຽນກໍ່ໄດ້-ບໍ່ຮຽນກໍໄດ້ ແລະ ຮຽນພໍແຕ່ຈະເພື່ອເອົາໃບປະກາດເທົ່ານັ້ນ.